ໄທ​ຈະ​ລົງທຶນ 2.000 ຕື້​ບາດ​ສ້າງ​ທາງ​ລົດ​ໄຟປະ​ເທດ​ຕົນ
2017-03-10 15:02:38  cri 

​ໄທ​ໄດ້​ວາງ​ແຜນ​ການ​ພັດທະນາ​ທາງ​ລົດ​ໄຟ 10 ປີ ​ໂດຍ​ຈະລົງທຶນ 2.000 ຕື້​ບາດ​ສ້າງ​ທາງລົດ​ໄຟ​ທົ່ວ​ປະ​ເທດໃຫ້​ເພີ່ມ​ຈາກ 4.000 ​ກິ​ໂລ​ແມັດ​ໃນ​ປັດຈຸບັນ ຂຶ້ນ​ເປັນ 9.000-10.000 ກິ​ໂລ​ແມັດ.

ທ່ານ​ອາຄົມ ​ເຕິມ​ພິດທະຍາ​ໄພສິດ ລັດຖະມົນຕີ​ກະຊວງຄົມມະນາຄົມ​ໄທ ຢືນຢັນ​ໃນ​ວັນ​ທີ 9 ມີນາ​ນີ້​ວ່າ: ​ໃນ 10 ປີ​ຕໍ່ໜ້າ​ຈະ​ສ້າງ​ທາ​ງລົດ​ໄຟ​ໃຫ້​ສຳ​ເລັດ​ຢ່າງ​ໜ້ອຍ 5.000 ກິ​ໂລ​ແມັດ, ຂະນະ​ທີ່​ລັດຖະບານ​ປະ​ເທດ​ຕົນ​ຫວັງ​ວ່າ​ການ​ຂົນ​ສົ່ງ​ທາງ​ລົດ​ໄຟ​ທົ່ວ​ປະ​ເທດ​ປະກອບສ່ວນ​ເຂົ້າ​ໃນ GDP ​ເພີ່ມ​ຈາກ 2% ​ໃນ​ປັດຈຸບັນ​ຂຶ້ນ​ເປັນ 5% ​ໃນ 5 ປີ​ຕໍ່ໜ້າ ​ແລະ ​​ 14% ​ໃນ 10 ປີຕໍ່ໜ້າ. ທ່ານ​ກ່າວ​ຕື່ມ​ວ່າ: ປັດຈຸບັນ, ການ​ພັດທະນາ​ເຕັກນິກ​ຍັງ​ຄົງ​ແມ່ນ​ຄວາມ​ຫຍຸ້ງຍາກ​ທີ່​ຕ້ອງ​ຜ່ານ​ຜ່າ​ໃນ​ການ​ພັດທະນາ​ເຕັກນິກ​ລາງ​ລົດ​ໄຟ​ຂອງ​ປະ​ເທດ​ຕົນ, ​ໃນ​ຕໍ່ໜ້າ, ​ໄທ​ຈະ​ເພີ່ມ​ຕື່ມ​ເນື້ອ​ໃນ​​ການ​ໂອນ​ເຕັກນິກ ​ໃນ​ການ​ຮ່ວມ​ມື​ທາງ​ລົດ​ໄຟ​ກັບ​ຕ່າງປະ​ເທດ.

ປັດຈຸບັນ, ​ໄທ​​ແລະ​ຈີນພວມ​ຊຸກຍູ້​ແຜນການທາງ​ລົດ​ໄຟ​ຈີນ-​ໄທ, ຂະນະ​ທີ່​ໄທ​ໄດ້​ຢືນຢັນ​ວ່າ ທາງ​ລົດ​ໄຟ​ຈີນ-​ໄທ​ແມ່ນ​ໂຄງການ​ບຸລິມະສິດ​ໃນ​ແຜນການ​ຍົກ​ລະດັບ​ພື້ນຖານ​ໂຄງ​ລ່າງ​ປະ​ເທດ​ຕົນ ​ໃນ​ນີ້​ທາງ​ລົດ​ໄຟທົດ​ສອບ​ຍາວ 3,5 ກິ​ໂລ​ແມັດ​ໃນ​ໂຄງການ​ໄລຍະ​ທີ 1 ຈະ​ເລີ່​ມກໍ່ສ້າງ​ໃນ​ປີ​ນີ້.
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ