ສານ​ລັດຖະທຳ​ມະນູນ ສ.​ເກົາຫຼີ ຜ່ານ​ຄະດີ​ກ່າວ​ໂທດ​ປະທານາທິບໍດີ​
2017-03-10 14:36:05  cri 
ວັນທີ 10 ມີນານີ້, ສານລັດຖະທຳມະນູນ ສ.ເກົາຫຼີ ໄດ້ປະກາດເຫັນດີກ່າວໂທດຕໍ່ທ່ານນາງ ປັກກຸນເຮ ປະທານາທິບໍດີ ສ.ເກົາຫຼີ, ເຊິ່ງນາງໄດ້ກາຍເປັນປະທານາທິບໍດີທີ່ຖືກປົດຕຳແໜ່ງຜູ້ທຳອິດໃນປະຫວັດສາດການເມືອງແລະລັດຖະທຳມະນູນຂອງ ສ.ເກົາຫຼີ.

ໃນເວລາປະມານ 11 ໂມງຕາມເວລາທ້ອງ​ຖິ່ນ ທ່ານນາງ ລີຊຸງມີ ຕົວແທນສານລັດຖະທຳມະນູນ ສ.ເກົາຫຼີ ໄດ້ອ່ານ​ຄຳຕັດສິນຄະດີກ່າວໂທດປະທານາທິບໍດີ. ຫຼັງຈາກນັ້ນ, ທ່ານນາງ ລີຊຸງມີ ໄດ້ປະກາດວ່າ: ຜູ້​ພິພາກສາສານລັດຖະທຳມະນູນ 8 ທ່ານໄດ້ເຫັນດີ​ເປັນ​ເອກະ​ພາບ​ຕໍ່​ຄະດີ​ກ່າວ​​ໂທດ​ດັ່ງກ່າວ. ຕາມ​ຂໍ້​ກຳນົດ,ທ່ານ​ນາງ​ປັກ​ກຸນ​ເຮ​ຈະ​ຖືກ​ປົດ​ຕຳ​ແໜ່​ງປະທານາທິບໍດີ​ພ້ອມ​ທັງບໍ່​ມີ​ສິດ​ຮ້ອງ​ຂໍ​ອຸທອນ​​ແຕ່​ຢ່າງ​ໃດ, ສ.​ເກົາຫຼີ ຕ້ອງ​ຈັດການ​ເລືອກ​ຕັ້ງ​ທົ່ວ​ໄປ​ພາຍໃນ 60 ວັນ.

ການ​ປະກາດ​ຕັດສິນ​ຄະດີ​ກ່າວ​ໂທດ​ຄັ້ງ​ນີ້​ໄດ້​ຮັບ​ຄວາມ​​ສົນ​ໃຈ​ຈາກ​ທົ່ວ​ປະ​ເທດ, ​ແລະ​ໄດ້​ຖ່າຍ​ທອດ​ສົດ​ຂະ​ບວນປະກາດ​ການ​ຕັດສິນ​ດັ່ງກ່າວ​ທາງ​ໂທລະ​ພາບ. ຂະນະ​ດຽວ​ກັນ,ຢູ່​ນອກ​ປະຕູ​ສານ​ລັດຖະທຳ​ມະນູນ​ໄດ້​ມີ​ປະຊາຊົນ​ມາ​​ເຕົ້າ​ໂຮມ​ກັນ​ຢ່າງ​ຫຼວງ​ຫຼາຍ ​ເພື່ອ​ລໍຖ້າ​ປະກາດ​ຜົນ​ການ​ຕັດສິນ. ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ມີການ​ປະ​ທະ​ກັນ​ຢ່າ​ງດຸ​ເດືອດ​ລະ​ຫວ່າງ​ປະຊາຊົນ​ສອງ​ຝ່າຍ​ທີ່​ສະໜັບສະໜູນ​​ແລະ​ຄັດຄ້ານນາງ, ​ໃນ​ມື້​ດຽວ​ກັນ, ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ ສ.​ເກົາຫຼີ 21.600 ຄົນ​ໄປ​ປ້ອງ​ກັນ​ສານ​ລັດຖະທຳ​ມະນູນ​ແລະ​ທຳນຽບປະທານາທິບໍດີ​ຊົງ​ວາ​ເດ​ກໍ​ຄື​ສະຖານ​ທີ່​ສຳຄັນ​ຕ່າງໆ​ຂອງ​ລັດຖະບານ​ຢູ່​ນະຄອນຫຼວງ​ເຊ​ອູ​ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ