ບໍລິສັດ​ຖ່ານ​ຫີນ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ໄທ​ສ້າງ​ຕັ້ງ​ສູນ​ຈຳໜ່າຍ​ສາຂາ​ຈີນ
2017-03-10 14:41:43  cri 
ວັນ​ທີ 9 ມີນາ​ນີ້, ຢູ່​ເມືອງ​ນານ​ນິງ​ເຂດ​ກວາງຊີ​ຈີນ, ກຸ່ມ​ບໍລິສັດ​ຈຳໜ່າຍ​ຖ່ານ​ຫີນ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ໄທ(BIC)​ໄດ້​​ເຊັນສັນຍາ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ກຸ່ມ​ບໍລິສັດ​ວຽກ​ງານ​ທ່າ​ກຳ​ປັ່ນ​ສາກົນ​ອ່າວ​ເປີ​ຍປູ້​ກວາງ​ຊີ​ຈີນ ​ໂດຍ​ໄດ້​ຕົກລົງ​ຈະ​ພ້ອມ​ກັນ​ສ້າງ​ອ່າວ​ເປີ​ຍ​ປູ້​ເປັນສູນ​ຈຳໜ່າຍຖ່ານ​ຫີນ​ສາຂາ​ຢູ່​ຈີນຂອງ​ບໍລິສັດ​ດັ່ງກ່າວ, ​ແລະຮ່ວມ​ກັນ​ບຸກ​ເບີກ​ຕະຫຼາດ​ຖ່ານ​ຫີນ​ຂອງ​ປະ​ເທດ​ອາ​ຊຽນ.

ຕາມ​ຄວາມ​ມຸ່ງ​ມາດ​ປາຖະໜາ​ຂອງ​ສັນຍາ​ຍຸດ​ທະ​ສາດ, ກຸ່ມ​ບໍລິສັດ​ທ່າ​ກຳ​ປັ່ນ​ອ່າວ​ເປີ​ຍປູ້​ກວາງຊີ​ກັບບໍລິສັດ BIC ຂອງ​ໄທ​ຈະ​ດຳ​ເນີນ​ການ​ແລກປ່ຽນ​ກ່ຽວ​ກັບ​ການ​ພັດທະນາ​​ແລະ​ການ​ດຳ​ເນີນ​ງານ​ຂອງ​ທ່າ​ກຳ​ປັ່ນ, ຮ່ວມ​ມືສ້າງ​ສູນ​ຖ່ານ​ຫີນ​ຢູ່​ເມືອງ​ຝາງ​ເສີງ​ກາງ,ດຳ​ເນີນ​ການປະສົມ​ແລະ​ຈຳໜ່າຍ​ຖ່ານ​ຫີນ​ກໍ​ຄື​ການ​ບໍລິການ​ອື່ນໆ,ຮ່ວມ​ກັນ​ພັດທະນາ​ຂົງ​ເຂດ​ໃໝ່​ຂອງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ສາກົນ​ເພື່ອບໍລິການ​ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ