ຈີນ​ມອບ​ເຄື່ອງ​ຊ່ວຍ​ເຫຼືອ​ໃຫ້​ກຳປູ​​ເຈຍ
2017-03-10 14:45:47  cri 
ພິທີ​ມອບ​ຮັບ​ເຄື່ອງ​ຊ່ວຍ​ເຫຼືອ​ທີ່​ຈີນ​ບໍລິຈາກ​ໄດ້ຈັດ​ຂຶ້ນ​ຢູ່​ກະຊວງ​ການ​ຕ່າງປະ​ເທດ​ກຳປູ​ເຈຍ​ໃນ​ວັນ​ທີ 9 ມີນາ​ນີ້. ທ່ານ ປຣັກ ສົກ​ຄອນ​ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​​ແລະ​ການ​ຮ່ວມ​ມື​ສາກົນ​ກຳປູ​ເຈຍ, ທ່ານ ​ໂສງ​ໂປ່ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ກຳປູ​ເຈຍ​ແລະ​​ເຈົ້າ​ໜ້າ​ທີ່​ການ​ຕ່າງປະ​ເທດ​​ແລະ​ພາກສ່ວນ​ກ່ຽວຂ້ອງ​ທັງ​ສອງ​ປະ​ເທດໄດ້​ເຂົ້າ​ຮ່ວມ​ພິທີ​.

ທ່ານ ​ໂສງ​ໂປ່​ ກ່າວ​ວ່າ: ສາຍ​ພົວພັນ​ລະຫວ່າງ​ຈີນ-ກຳປູ​ເຈຍ​ໄດ້​ກາຍ​ເປັນ​ແບບຢ່າງ​ລະຫວ່າງ​ຊາດ​ທີ່​ປະຕິບັດ​ຕໍ່​ກັນ​ຢ່າງ​ສະ​ເໝີ​ພາບ,ຮ່ວມມືຢ່າງ​ຈິງ​ໃຈ ​ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ທ່ານ​ຫວັງ​ວ່າ​ເຄື່ອງ​ຊ່ວຍ​ເຫຼືອ​ທີ່​ຈີນ​ບໍລິຈາກນັ້ນສາມາດ​ເສີມ​ຂະຫຍາຍ​ບົດບາດ​ຢ່າງ​ຕັ້ງໜ້າ​ໃຫ້​ແກ່​ກະຊວງ​ການ​ຕ່າງປະ​ເທດ​ໃນ​ການ​ປັບປຸງວຽກ​ງານ​ຕ່າງໆ.

ທ່ານ ​ໂສງ​ໂປ່ ຫວັງ​ຢ່າງ​ຍິ່ງ​ວ່າ​ທ່ານ ຮຸນ​ແຊນ ນາຍົກລັດຖະມົນຕີກຳປູ​ເຈຍຈະ​ເດີນທາງ​ໄປ​ເຂົ້າ​ຮ່ວມກອງ​ປະຊຸມສຸດ​ຍອດ​ເວທີ​ປຶກສາ​ຫາລືການ​ຮ່ວມ​ມື​ສາກົນ"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"​ໃນ​ເດືອນ​ພຶດສະພາ​ປີ​ນີ້. ທ່ານ​ກ່າວ​ວ່າ: ສະຖານທູດ​ຈີ​ນປະຈຳ​ກຳປູ​ເຈຍ​ຈະ​ຮັກສາ​ການ​ຕິດ​ຕໍ່​ພົວພັນ​ແລະ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ກະຊວງ​ການ​ຕ່າງປະ​ເທດ​ກຳປູ​ເຈຍ, ພ້ອມ​ກັນ​ຈັດ​ຕັ້ງ​ປະຕິບັດ​ຄວາມ​ຮັບ​ຮູ້​ສຳຄັນທີ່​​ເປັນ​ເອກະ​ພາບລະຫວ່າງ​ຜູ້ນຳ​ຂອງ​ສອງ​ປະ​ເທດຢ່າງ​ຕັ້ງໜ້າ​ແລະສັນຍາກ່ຽວ​ກັບການເພີ່ມ​ທະວີ​ການ​ຮ່ວມ​ມື​ພາຍ​ໃຕ້​ສະຖານະ​ການ​ໃໝ່ລະຫວ່າງ​ກະຊວງການ​ຕ່າງປະ​ເທດ​ຂອງ​ສອງ​ປະ​ເທດ​,​ເພື່ອ​ປະກອບ​ສ່ວນ​ອັນ​ໃໝ່​ເຂົ້າ​ໃນ​ການຊຸກຍູ້​ການ​ຂະຫຍາຍ​ສາຍ​ພົວພັນ​ລະຫວ່າງສອງ​ຝ່າຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ