ຟິ​ລິບ​ປິນແຕ່ງ​ຕັ້ງ​ຜູ້​ວ່າ​ການ​ແທນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​
2017-03-10 16:20:44  cri 
    ຕາມ​ຂ່າວ​ສານ​ຈີນ: ວັນ​ທີ 9 ມີ​ນານີ້, ທ່ານ ໂຣດ​ຣີ​ໂກ ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ ໄດ້​ແຕ່​ງ​ຕັ້ງ​ທ່ານ ມາ​ນາ​ໂລ ຮອງ​ລັດ​ຖະ​ມົນ​ຕີ​ທີ່​ຊີ້​ນຳ​ວຽກ​ງານ​ນະ​ໂຍ​ບາຍ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເປັນ​ຜູ້​ວ່າ​ການ​ແທນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ເພື່ອ​ເຂົ້າ​ແທນ​ທ່ານ ເປີ​ເຟັກ​ໂຕ ຢາ​ໄຊ ທີ່​ຖືກ​ປົດ​ຕຳ​ແໜ່ງ​ຈາກ​ຄະ​ນະ​ກຳ​ມະ​ການ​ແຕ່ງ​ຕັ້ງ​ໃນ​ມື້​ກ່ອນ.

    ຍ້ອນ​ວ່າທ່ານ​ຢາ​ໄຊ​ຕັ້ງ​ໃຈ​ປິດ​ບັງ​ທີ່​ເຄີຍມີ​ສັນ​ຊາດ​ອາ​ເມ​ລິ​ກາ, ການ​ທີ່​ແຕ່ງ​ຕັ້ງ​ທ່ານ ຢາ​ໄຊ ເປັນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດນັ້ນ ໄດ້​ຖືກ​ຄະ​ນະ​ກຳ​ມະ​ການ​ແຕ່ງ​ຕັ້ງ​ທີ່​ປະ​ກອບ​ດ້ວຍ​ສະ​ມາ​ຊິກ​ສອງ​ສະ​ພານັ້ນ​ປະ​ຕິ​ເສດ. ຈາກນັ້ນ, ທ່ານ ຢາ​ໄຊ ຈຶ່ງ​ຖືກ​ປົດ​ຕຳ​ແໜ່ງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ແລະ​ອີງ​ຕາມ​ຂໍ້​ກຳ​ນົດ, ທ່ານ​ ດູ​ເຕີ​ເຕ ຈະ​ບໍ່​ສາ​ມາດ​ສືບ​ຕໍ່​ສະ​ເໜີ​ທ່ານ ຢາ​ໄຊ ເປັນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອີກ.

    ທ່ານ ເອີ​ເນັ​ສ​ໂຕ ອາ​ເບ​ລາ ໂຄ​ສົກ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ ໄດ້​ອອກ​ຖະ​ແຫຼງ​ການ​ໃນ​ວັນ​ທີ 9 ມີ​ນານີ້​ວ່າ, ກ່ອນ​ທ່ານ ດູ​ເຕີ​ເຕ ແຕ່ງ​ຕັ້ງ​ລັດ​ຖະ​ມົ​ນ​ຕີ​ການ​ຕ່າງ​ປະ​ເທດ​ຄົນ​ໃໝ່, ທ່ານ ມາ​ນາ​ໂລ ຈະ​ວ່າ​ການ​ແທນ​ຕຳ​ແໜ່ງ​ດັ່ງ​ກ່າວ, ແລະ​ເນັ້ນ​ວ່າ, ກ່ອນ​ໜ້ານີ້, ທ່ານ ມາ​ນາ​ໂລ ໄດ້​ຮ່ວມ​ກັບ​ທ່ານ ຢາ​ໄຊ ເຮັດ​ວຽກ​ແກ້​ໄຂຫຼາຍ​ບັນ​ຫາ​ສຳ​ຄັນ​ມາ​ໂດຍ​ຕະຫຼອດ, ຈຶ່ງ​ເປັນ​ຜູ້​ວ່າ​ການ​ແທນ​ທີ່​ເໝາະ​ສົມ​ທີ່​ສຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ