ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ຈະ​ຊ່ວຍ​ລົງ​ເລິກ​ສາຍ​ພົວ​ພັນ​ຈີນ-ມະເລ​ເຊຍ
2017-03-10 16:23:48  cri 
    ຕາມ​ຂ່າວ​ສານ​ຈີນ: ກ່ອນ​ໜ້ານີ້​ບໍ່​ດົນ, ທ່ານ ໄຈ​ນຸດ​ດິນ ບິນ ຢາ​ໄຮ ເອກ​ອັກ​ຄະ​ລັດ​ຖະ​ທູດ​ມະ​ເລ​ເຊຍ​ປະ​ຈຳ​ຈີນ​ກ່າວ​ວ່າ, ການ​ຮ່ວມ​ມື​ລະ​ຫວ່າງ​ໂຮ​ງ​ຮຽນ​ຊັ້ນ​ສູງ​ຂອງ​ມະ​ເລ​ເຊຍ​ແລະ​ເຂດກວາງ​ຊີຈີນ ຈະ​ຊຸກ​ຍູ້​ວຽກ​ງານ​ການ​ສຶກ​ສາ​ຊັ້ນ​ສູງ​ຂອງ​ສອງ​ປະ​ເທດ​ແລະໄດ້​ຮັບ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ, ​ພ້ອມ​ທັງ​ເປັນ​ການຊຸກ​ຍູ້​ສາຍ​ພົວ​ພັນ​ສອງ​ປະ​ເທດ​ກ້າວ​ສູ່​ລວງ​ເລິກ​ຕື່ມ​ອີກ ແລະ​ຈະ​ມີ​ຜົນ​ສະ​ທ້ອນ​ທີ່​ດີ​ຕໍ່​ການ​ເສີມ​ຂະ​ຫຍາຍ​ການ​ພົວ​ພັນ​ມິດ​ຕະ​ພາບ​ຈີນ-ອາ​ຊຽ​ນ ແລະ​ຊຸກ​ຍູ້​ວຽກ​ງານ​ການ​ສຶກ​ສາ​ໃຫ້​ມີ​ຄວາມ​ກ້າວ​ໜ້າ​ຮ່ວມ​ກັນ.

    ນັບ​ແຕ່​ວັນ​ທີ 6-9 ມີ​ນານີ້, ທ່ານ ໄຈ​ນຸດ​ດິນ ໄດ້​ນຳ​ພາ​ຄະ​ນະ​ຜູ້​ແທນ​ດຳ​ເນີນ​ການ​ແລກ​ປ່ຽນ​ດ້ານ​ການ​ສຶກ​ສາ​ແລະ​ວັດ​ທະ​ນະ​ທຳ​ຢູ່​ເມືອງ​ນານ​ນິງ, ປາຍ​ເຊີ້, ກຸ້ຍ​ລິນ ແລະ​ອື່ນ​ໆ​ຂອງ​ເຂດກວາງ​ຊີ​ຈີນ ​ແລະ​ເຂົ້າ​ຮ່ວມ​ເປັນ​ສັກ​ຂີ​ພິ​ຍານ​ໃຫ້​ແກ່​ການ​ເຊັນ​ສັນ​ຍາ​ການ​ຮ່ວ​ມ​ມື​ລະ​ຫວ່າງມະ​ຫາ​ວິ​ທະ​ຍາ​ໄລ 7 ແຫ່ງ​ເຊັ່ນ ມະ​ຫາ​ວິ​ທະ​ຍາ​ໄລ​ມະ​ເລ​ເຊຍ, ມະ​ຫາ​ວິ​ທະ​ຍາ​ໄລ​ພາກ​ເໜືອ​ມະ​ເລ​ເຊຍ, ມະ​ຫາ​ວິ​ທະ​ຍາ​ໄລ​ຊາ​ບາ, ມະ​ຫາ​ວິ​ທະ​ຍາ​ໄລ​ປູ​ຕ​ຣາ ແລະ​ມະ​ຫາ​ວິ​ທະ​ຍາ​ໄລ​ຣາ​ມານ​ເປັນ​ຕົ້ນ ກັບ​ມະ​ຫາ​ວິ​ທະ​ຍາ​ໄລ​ທີ່​ກ່ຽວ​ຂ້ອງ​ຂອງ​ເຂດກວາງ​ຊີ​ຈີນ, ໃນ​ຕໍ່​ໜ້າ, ວົງ​ການ​ການ​ສຶກ​ສາ​ຂອງ​ມະ​ເລ​ເຊຍ​ຈະ​ຮ່ວມ​ມື​ຮອບ​ດ້ານ​ກັບ​ເຂດກວາງ​ຊີ​ໃນ​ການ​ແລກ​ປ່ຽນ​ນັກ​ສຶກ​ສາ, ການ​ຢ້ຽມ​ຢາມ​ເຊິ່ງ​ກັນ​ແລະ​ກັນ​ລະ​ຫວ່າງ​ອາ​ຈານ, ​ແລກ​ປ່ຽນ​ດ້ານ​ວິ​ຊາ​ການ ແລະ​ຮ່ວມ​ກັນ​ສ້າງ​ສູນ​ອົບ​ຮົມ​ຊັບ​ພະ​ຍາ​ກອນ​ມະ​ນຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ