ໃນ​ທີ່​ສຸດບັນ​ຫາ​ທະ​ເລ​ຈີນ​ໃຕ້​ຕ້ອງ​ກັບ​ຄືນ​ສູ່​ຮູບ​ແບບ​ການ​ແກ້​ໄຂ​ແບບ​ຕາ​ເວັນ​ອອກ​
2017-03-10 16:45:35  cri 
    ຈີນ​ເຄົາ​ລົບທ່ານ ເຈີ້ງ​ເຮີ ແລະ​ເອົາ​ໃຈ​ໃສ່​ການ​ຮ່ວມ​ມື​ທາງ​ທະ​ເລ; ສ່ວນ​ຕາ​ເວັນ​ຕົກເຄົາ​ລົບ​ທ່ານ ອັນ​ເຟ​ຣັດ ທາ​ເຢີ ມາ​ຮານ ແລະ​ເນັ້ນ​ການ​ຄວບ​ຄຸມ​ສິດ​ທາງ​ທະ​ເລ. ຫວ່າງມໍ່ໆ​ມານີ້, ທ່ານ ວາງຢີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ໄດ້​ປຽບ​ທຽບ​ທັດ​ສະ​ນະ​ກ່ຽວ​ກັບ​ທະ​ເລ​ຂອງ​ຕາ​ເວັນ​ອອກ​ແລະ​ຕາ​ເວັນ​ຕົກ​ໃນ​ການ​ຖະ​ແຫຼງ​ຂ່າວ​ຂອງກອງ​ປະ​ຊຸມ​ສອງ​ສະ​ພາ​ຈີນ ໂດຍ​ໄດ້​ອະ​ທິ​ບາຍ​ເປັນ​ຢ່າງ​ດີ​​ວ່າ ເປັນ​ຫຍັງ ໃນ​ເວ​ລາ​ອິດ​ທິ​ກຳ​ລັງ​ຕາ​ເວັນ​ຕົກ​ຄວບ​ຄຸມ​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ເມື່ອ​ສອງ​ປີ​ກ່ອນ ວິ​ກິດ​ການ​ໄດ້​ຕົກ​ຢູ່​ໃນ​ສະ​ພາບ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ບາດ​ດຽວ. ແຕ່​ເລີ່ມ​ແຕ່​ປີ​ກາຍ​ນີ້​ເປັນ​ຕົ້ນ​ມາ, ສະ​ຖາ​ນະ​ການ​ທະ​ເລ​ຈີນ​ໃຕ້ ໄດ້​ສະ​ຫງົບ​ລົງ​ຢ່າງວ່ອງ​ໄວ ທັງ​ນີ້​ແມ່ນ​ຍ້ອນ​ວ່າ ປະ​ເທດ​ໃນ​ພາກ​ພື້ນນີ້​ໄດ້​ສຳ​ນຶກ​ຮູ້​ວ່າ, ການປະ​ທະ​ກັນ​ແລະ​ການ​ເປັນ​ປໍ​ລະ​ປັກ​ກັນ ບໍ່​ສາ​ມາດ​ແກ້​ໄຂ​ບັນ​ຫາ​ໄດ້ ແລະ​ກັບ​ຄືນ​ສູ່​ຮູບ​ການ​ແກ້​ໄຂ​ແບບ​ຕາ​ເວັນ​ອອກ. ແນ່ນອນ​ແລ້ວ, ເມື່ອ​ຫວນ​ຄືນ​ປະ​ຫວັດ​ສາດ​ແລ້ວ​ເຫັນ​ວ່າ, ຫຼາຍ​ປະ​ເທດ​ອ້ອມ​ຂ້າງ​ທະ​ເລ​ຈີນ​ໃຕ້ ລ້ວນ​ແຕ່​ເຄີຍ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກກອງ​ກຳ​ປັ່ນ​ຂອງ​ທ່ານ ເຈີ້ງ​ເຮີ ແລະ​ເຄີຍ​ຖືກ​ຮຸກ​ຮານ​ຈາກກອງ​ກຳ​ປັ່ນ​ຕາ​ເວັນ​ຕົກ​.

    ຈະມີ​ຄວາມ​ຫວັງໄດ້​ແນວ​ໃດ​ວ່າ ຜູ້​ລ່າ​ເມືອງ​ຂຶ້ນ​ໃນ​ອະ​ດີດ ຈະ​ຊ່ວຍ​ແກ້​ໄຂ​ຂໍ້​ວິ​ວາດ​ກັນ​ລະ​ຫວ່າງ​ບ້ານ​ໃ​ກ້​ເຮືອນ​ຄຽງ​ພວກ​ເຮົາ? ທ່ານ ມາ​ເກ​ລານ ຜູ້​ລ່າ​ເມືອງ​ຂຶ້ນ​​ຄົນ​ທຳ​ອິດ ກໍ​ເຄີຍ​ຢາກ​ໄກ່​ເກ່ຍ​ຄວາມ​ຂັດ​ແຍ້ງ​ກັນ​ລະ​ຫວ່າງ​ກົກ​ເຫຼົ່າ​ຂອງ​ຟິ​ລິບ​ປິນ​ດ້ວຍ​ທ່າ​ທາງ​ເອກ​ອ້າງ​ທະ​ນົ​ງ​ໃຈ,ສ ແຕ່​ໃນ​ທີ່​ສຸດ ບໍ່​ພຽງ​ແຕ່​ບໍ່​ໄດ້​ບັນ​ລຸ​ໝາກ​ຜົນ​ເທົ່າ​ນັ້ນ, ຊ້ຳ​ພັດ​ເສຍ​ຊີ​ວິດ​. ເຊື່ອ​ແນ່​ວ່າ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ດູ​ເຕີ​ເຕ ຍັງ​ຈື່​ເລື່ອງ​ນີ້​ໄວ້​ຢູ່, ສະ​ນັ້ນ, ຫຼັງ​ຈາກ​ທ່ານ​ຂຶ້ນ​ດຳ​ລົງ​ຕຳ​ແໜ່ງ​ແລ້ວ ກໍ​ໄດ້​ປະ​ຕິ​ເສດ​ການ​ຈັດ​ວາງ​ລ່ວ​ງ​ໜ້າ​ຂອງ​ປະ​ເທດນອກ​ພາກ​ພື້ນ​ທັນ​ທີ, ເລືອກ​ການ​ປັບ​ປຸງ​ການ​ພົວ​ພັນ​ກັບ​ຈີນ​ໃຫ້​ດີ​ຂຶ້ນ.

    ເມື່ອ​ບໍ່​ສົນ​ໃຈ​ການ​ລົບ​ກວນ​ຂອງ​ພາຍນອກ​ແລ້ວ, ການ​ປຶກ​ສາ​ຫາ​ລື​ແກ້​ໄຂ​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ລະ​ຫວ່າງ​ຈີນ​ກັບ​ບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ ກໍ​ໄດ້​ຮັບ​ການ​ບຸກ​ທະ​ລຸ​ຢ່າງວ່ອງ​ໄວ. ທ່ານ ວາງຢີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ໃຫ້​ຮູ້​ວ່າ, ການ​ປຶກ​ສາ​ຫາ​ລື​ຂອງ​ໜ່ວຍ​ງານ​ປະ​ສົມ​ທີ່​ຈັດ​ຂຶ້ນ​ຢູ່​ເກາະ​ບາຫຼີ​ໃນ​ທ້າຍ​ເດືອນ​ຜ່ານ​ມາ ໄດ້​ຮ່າງ​ຂອບ 'ກົດ​ແຫ່ງ​ການ​ປະ​ພຶດ​ຢູ່​ທະ​ເລ​ຈີນ​ໃຕ້' ສະ​ບັບ​ທຳ​ອິດ, ຈີນ​ແລະ​ປະ​ເທດ​ໃນ​ອາ​ຊຽນ ລ້ວນ​ແຕ່​ຮູ້​ສຶກ​ເພິ່ງ​ພໍ​ໃຈ​ຕໍ່​ເລື່ອງນີ້. ນອກນີ້, ສື່​ມວນ​ຊົນ​ຂອງ​ອິນ​ໂດ​ເນ​ເຊຍ ທີ່​ເປັນ​ເຈົ້າ​ພາບ ​ກໍ​ໄດ້ລາຍ​ງານ​ວ່າ, ການ​ປຶກ​ສາ​ຫາ​ລື​ຄັ້ງ​ນີ້ ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​ມີ​ຄວາມ​ໝາຍ​ຍິ່ງ​ຂຶ້ນ, ນັ້ນ​ກໍ​ຄື ຈີນ​ແລະ​ປະ​ເທດ​ອາ​ຊຽນ ຈະ​ສະ​ເໜີ​ໂຄງ​ການ​ຮ່ວມ​ມື​ທະ​ເລ​ຈີນ​ໃຕ້​ທີ່​ສາ​ມາດ​ປະ​ຕິ​ບັດ​ໄດ້​ ເພື່ອ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ທະ​ເລ​ຈີນ​ໃຕ້ ເຊິ່ງ​ໂຄງ​ການ​ຮ່ວມ​ມື​ທີ່​ອາ​ຊຽນ​ຢາກ​ສະ​ເໜີນັ້ນ ກໍ​ລວມ​ທັງ​ການ​ຮ່ວມ​ຊອກ​ຄົ້ນ​ຊ່ວຍ​ເຫຼືອ​ຢູ່​ເຂດ​ທະ​ເລ​ຈີນ​ໃຕ້.

    ຄວາມ​ຈິງຢັ້ງ​ຢືນ​ໃຫ້​ເຫັນ​ວ່າ, ຖ້າ​ບໍ່​ມີ​ການ​ລົບ​ກວນ​ຂອງ​ອິດ​ທິ​ກຳ​ລັງ​ພາຍ ນອກ, ທະ​ເລ​ຈີນ​ໃຕ້ ກໍ​ແມ່ນ​ທະ​ເລ​ແຫ່ງ​ສັນ​ຕິ​ພາບ, ມິດ​ຕະ​ພາບ ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ​ມາ​ໂດຍ​ຕະຫຼອດ. ຫຼັງ​ຈາກ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ ຜ່ານ​ທົດ​ສະ​ວັດ​ຄຳ​ແລ້ວ, ເຄີຍ​ຖືກ​ລົບ​ກວນ​ຈາກ​ອິດ​ທິ​ກຳ​ລັງ​ພາຍນອກ​ທີ່​ເຈ​ຕະ​ນາ​ບໍ່​ດີ. ກໍ​ຄື​ທ່ານ ວາງຢີ້​ ເວົ້າ​ວ່າ, ປີ​ຜ່ານ​ມາ, ທະ​ເລ​ຈີນ​ໃຕ້​ມີ​ຄື້ນ​ຟອງ​ແຮງ​ແລະ​ຄ່ອຍ ແຕ່​ໃນ​ທີ່​ສຸດ ໄດ້​ສະ​ຫງົບ​ລົງ. ນີ້​ແມ່ນ​ໝາກ​ຜົນ​ຈາກ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ຂອງ​ຈີນ​ແລະ​ປະ​ເທດ​ໃນ​ອາ​ຊຽນ, ເຊິ່ງ​ຖື​ວ່າ​ເປັນ​​ເລື່ອງ​ທີ່​ດີ​ສຳ​ລັບ​ພາກ​ພື້ນ ກໍ​ຄື​ຄວາມ​ສຸກ​ສຳ​ລັບ​ທົ່ວ​ໂລກ. ຖ້າ​ຍັງ​ມີ​ໃຜຢາກ​ເກາະ​ຜິດຂຶ້ນອີກ ບໍ່​ພຽງ​ແຕ່​ບໍ່​ຖືກ​ໃຈ​ຜູ້​ທີ່​ຮັກ​ຫອມ​ສັນ​ຕິ​ພາບ​ເທົ່າ​ນັ້ນ ມັນ​ຍັງ​ຈະ​ຖືກ​ປະ​ເທດ​ໃນ​ພາກ​ພື້ນ​ປະ​ຕິ​ເສດ​ຮ່ວມ​ກັນ​ອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ