ສະຫະພາບ​ເອີ​ລົບ​ແລະ​ອາ​ຊຽນກຽມ​ເປີດ​ການ​ເຈລະຈາ​ການ​ຄ້າ​ເສລີ​ຄືນ​ໃໝ່
2017-03-11 15:29:33  cri 
ຄະນະ​ກຳມາ​ທິການ​ສະຫະ​ພາບ​ເອີ​ລົບ​ອອກ​ຖະ​ແຫຼ​ງການ​ຢູ່ບຣຸກ​ແຊນ​ໃນ​ວັນ​ທີ 10 ມີນາ​ນີ້​ວ່າ, ສະຫະພາບ​ເອີ​ລົບ​ແລະ​ອາ​ຊຽນ​ໄດ້ບັນລຸ​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ເປີດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ຄືນ​ໃໝ່, ​ແລະສອງ​ຝ່າຍ​ຈະ​ເລີ່​ມ​ກະກຽມວຽກ​ງານ​ທີ່​ກ່ຽວຂ້ອງ.

ນອກ​ນີ້​ອິງ​ຕາມ​ຖະ​ແຫຼ​ງການ​ຮ່ວມ​ສະຫະພາບ​ເອີ​ລົບ-ອາ​ຊຽນທີ່​ສະຫະພາບ​ເອີ​ລົບ​ປະກາດ​ນັ້ນ, ສອງ​ຝ່າຍ​ຈະ​ສືບ​ຕໍ່​ປຶກສາ​ຫາລືກັນ, ​​ເພື່ອ​ສ້າງ​ເອກະສານ​ຂອບການເປີດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ຄືນ​ໃໝ່.

ສະຫະພາບ​ເອີ​ລົບ​ແລະ​ອາ​ຊຽນ​ໄດ້​ເລີ່​ມ​ເຈລະຈາ​​ສັນຍາ​ການ​ຄ້າ​ເສລີ​ເມື່ອ​ປີ 2007, ​​ແຕ່​​ໄດ້​ຢຸດຕິ​ການ​ເຈລະຈາ​ດັ່ງກ່າວ​​​​ເມື່ອ​ປີ 2009, ​ແລະ​ປ່ຽນ​ເປັນ​ສະຫະພາບ​ເອີ​ລົບ​ເຈລະຈາ​ສັນຍາ​ກາ​ນຄ້າ​ເສລີ​ສອງ​ຝ່າຍກັບປະ​ເທດ​ສະມາຊິກ​ໃນ​ອາ​ຊຽນ.

​ສະຖິຕິ​ຂອງ​ສະຫະພາບ​ເອີ​ລົບ​ໄດ້​ປະກາດ​ວ່າ, ອາ​ຊຽນ​ແມ່ນ​ຄູ່​ການ​ຄ້າ​ໃຫຍ່ອັນ​ດັບ​ທີ 3 ຂອງ​ຕົນ, ​ເຊິ່ງຖັດຈາກ​ອາ​ເມ​ລິ​ກາ​ແລະ​ຈີນ. ປີ 2016, ຍອດ​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ສະຫະພາບ​ເອີ​ລົບ​ກັບ​ອາ​ຊຽນ​ໄດ້​ບັນລຸ​ເຖິງ 208 ຕື້​ເອີ​ໂລ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ