ເມືອງ​ໄຫ​ໂຄ​ວຈະ​ພັດທະນາ​ຕະຫຼາດ​ທ່ອງ​ທ່ຽວ​​ໃນ​ປະ​ເທດ​ຕາ​ເວັນ​ອອກສຽງ​​ໃຕ້​ຕື່ມ​ອີກ
2017-03-11 15:30:17  cri 
ຕາມ​ຂ່າວ CRI: ທ່ານ​ໜີ​ສຽງ ສະມາຊິກ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ ​ເຈົ້າ​​ເມືອງ​ເມືອງ​ໄຫ​ໂຄ​ວ​ແຂວງ​ໄຫ​ຫຼຳ​ໄດ້​ໃຫ້ສຳພາດ​ຕໍ່​ນັກ​ຂ່າວ CRI ​ໃນ​ວັນ​ທີ 10 ມີນາ​ນີ້​ວ່າ, ​ເມືອງ​ຕົນ​ຈະ​ພັດທະນາ​ຕະຫຼາດ​ທ່ອງ​ທ່ຽວ​ໃນ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້.

ທ່ານ​ໜີ​ສຽງ​ກ່າວ​ວ່າ, ປັດຈຸບັນ​ໄຫ​ໂຄ​ວ​ໄດ້​ເປີດ​​ເສັ້ນທາງ​ການບິນ​ກັບ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ 10 ​ເສັ້ນ, ສາມາດ​ບິນ​ໄປ 7 ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​​ໂດຍ​ກົງ​ຄື: ສິງກະ​ໂປ, ມາ​ເລ​ເຊຍ, ​ໄທ, ຫວຽດນາມ, ກຳປູ​ເຈຍ, ລາວ​ແລະ​ມຽນມາ. ປີ 2017, ​ເມືອງ​ໄຫ​ໂຄ​ວຈະ​ພະຍາຍາມ​ເປີດ​ເສັ້ນທາງ​ການ​ບິນ​ໄປ​ເມືອງ​ເປ​ນາງ​ຂອງ​ມະ​ເລ​ເຊຍ​ແລະ​ນະຄອນຫຼວງ​ຈາ​ກາ​ຕາ​ຂອງ​ອິນ​ໂດ​ເນ​ເຊຍ, ສ້າງ​ເມືອງ​ໄຫ​ໂຄ​ວ​ເປັນຊຸມ​ທາງການບິນ​ທີ່​ຫັນໜ້າສູ່​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້.

ຕະຫຼາດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ແມ່ນ​ຕະຫຼາດ​ນັກ​ທ່ອງ​ທ່ຽວທີ່​ສຳຄັນ​ຂອງ​ເມືອງ​ໄຫ​​ໂຄ​ວ. ທ່ານ​ໜີ​ສຽງ​ກ່າວ​ຕື່ມ​ວ່າ, ປີ 2017 ​ເມືອງ​ຕົນ​ຈະ​ຈັດ​ງານ​ໂຄສະນາ​ທ່ອງ​ທ່ຽວ​ຢູ່​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ​ເພື່ອ​ສ້າງ​ຊື່​ສຽງ​ຂອງ​ເມືອງ​ຕົນຢູ່​ເຂດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ​ແລະ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໃຫ້​ໄດ້​ຫຼາຍ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ