ປະຊາຊົນ​​ໂຊ​ມາລີ​ປະມານ 70 ຄົນ​ຖືກ​ອາ​ເມ​ລິ​ກາ​ຂັບ​ໄລ່
2017-03-11 15:35:07  cri 
​ເຈົ້າ​ໜ້າ​ທີ່​ໂຊ​ມາລີ​ຢືນຢັນ​ໃນ​ວັນ​ທີ 10 ມີນາ​ນີ້​ວ່າ, ປະຊາຊົນ​ປະ​ເທດ​ຕົນ​ປະມານ 70 ຄົນ​ທີ່​ຖືກ​ອາ​ເມ​ລິ​ກາ​​ໄລ່​ອອກ​ເມືອງ​ນັ້ນ​ໄດ້​ເດີນທາງຮອດ​ນະຄອນຫຼວງ​ໂມ​ກາ​ດີ​ຊູ​ຂອງ​ປະ​ເທດ​ຕົນ.

ລັດຖະມົນຕີ​ກະຊວງຮັກສາຄວາມ​ໝັ້ນຄົງ​ໂຊ​ມາລີ​ເປີດ​ເຜີຍ​ຕໍ່​ສື່​ມວນ​ຊົນ​ວ່າ, ນີ້​ແມ່ນ​ອາ​ເມ​ລິ​ກາ​ຂັບ​ໄລ່​ປະຊາຊົນ​ປະ​ເທດ​ຕົນ​ເປັນ​ຄັ້ງ​ທີ 2 ​ໃນ​ປີ​ນີ້, ​ເຊິ່ງຄົນ​ເຫຼົ່າ​ນີ້​ໄດ້​ອາ​ໄສ​ຢູ່​ສູນ​ຄຸມ​ຕົວອາ​ເມ​ລິ​ກາ​ເປັນ​ໄລຍະ 2 ປີ​​ແລ້ວ, ​ແຕ່​ບໍ່​ສາມາດ​ໄດ້​ຮັບ​ຖານະ​ຊອບ​ກົດໝາຍ​ໃຫ້​ອາ​ໄສ​ຢູ່​ອາ​ເມ​ລິ​ກາຕະຫຼອດ.

ຂ່າວ​ແຈ້ງວ່າ​, ກ່ອນ​ໜ້າ​ນີ້​ປະຊາຊົນ​ໂຊ​ມາລີ​ປະມານ 90 ຄົນ​ໄດ້​ຖືກ​ອາ​ເມ​ລິ​ກາ​ສົ່ງ​ຄືນ​ປະ​ເທດ​ໃນ​ເດືອນ​ມັງກອນ​ປີ​ນີ້.

ກະຊວງຮັກສາ​ຄວາມໝັ້ນຄົງ​ດິນ​ແດນ​ຂອງອາ​ເມ​ລິ​ກາ​ໄດ້​ປະກາດ​ບົດ​ບັນທຶກສອງ​ສະບັບ​ໃນ​ວັນ​ທີ 21 ກຸມພາ​ຜ່ານ​ມາ, ​ໂດຍບໍ່​ພຽງ​​ແຕ່ໄດ້​ເປີດ​ກວ້າງ​ເປົ້າໝາຍຊາວອົບ​ພະຍົບຜິດ​ກົດໝາຍ​ທີ່​ຈະ​ຖືກ​ຂັບ​ໄລ່, ທັງ​ຍັງ​ວາງ​ແຜນ​ຈະ​ເລັ່ງຂັບ​ໄລ່​ອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ