​ເປັນ​ຫຍັງ​ອາ​ເມ​ລິ​ກາ​ຈຶ່ງ​ເປີດ​ປ່າວ​ຖ້ອຍ​ຄວາມ​ເກົ່າທີ່​ວ່າ"ສິດ​ເສລີພາບ​ດ້ານ​ການ​ເດີນ​ເຮືອ"
2017-03-12 16:23:09  cri 
ຫວ່າງ​ກ່ອນ​ນີ້​ບໍ່ດົນ,​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​​ໄດ້​ປະກາດ "ບົດ​ລາຍ​ງານ​ສິດ​ເສລີພາບ​ດ້ານ​ການ​ເດີນ​ເຮືອ​ປີ2016",​​​ໂ​ດຍຕິຕຽນ​ຈີນ"ຮ້ອງ​ຂໍ​ສິດທິ​ທາງ​ທະ​ເລ​ຫຼາຍ​ເກີນ​ໄປ" ຢູ່​ທະ​ເລ​ຈີນ​ໃຕ້, ກະທົບ​ເຖິງ "ສິດ​ເສລີພາບ​ດ້ານ​ການ​ເດີນ​ເຮືອ​ຢູ່​ທະ​ເລ​ຈີນ​ໃຕ້". ​ເຊິ່ງ​ຖ້ອຍ​ຄວາມ​ເກົ່າ​ດັ່ງກ່າວ​ເປັນ​ການ​ທ້າ​ທາຍ​ຕໍ່​ອະທິປະ​ໄຕ​ແລະ​ສິດທິ​ທາງ​ທະ​ເລ​ຂອງ​ຈີນ. ມາດ​ຕະຖານ​ທີ່​ຈີນ​ກຳນົດ​ຈຸດ​ພື້ນ​ຖານ​ນ່ານທະ​ເລ​ສອດຄ່ອງ​ກັບ​ຂໍ້​ກຳນົດ​ທີ່​ລະບຸ​ໄວ້​ໃນ"ສົນທິສັນຍາ​ສະຫະ​ປະຊາ​ຊາດ​ວ່າ​ດ້ວຍ​ກົດໝາຍ​ທະ​ເລ"; ບໍ່​ວ່າ​ໃນ​ອະ​ດີດ, ປັດຈຸບັນ ​ແລະ​ອະນາຄົດ, ບໍ່​ມີ​ເຮືອຫຼືກຳ​ປັ່ນ​ໃດໆ​ທີ່​ປະ​ຕິ​ບັດ​ຕາມ​ກົດໝາຍ​ທີ່​ກ່ຽວຂ້ອງ​ນັ້ນ, ຈະ​ຖືກ​ຈີນ​ຈຳກັດ​ຄວາມ​ເສລີ​ໃນ​ການ​ເດີນ​ເຮືອ​ຢູ່​ເຂດ​ທະ​ເລ​ຈີນ​ໃຕ້.

​ໃນ​ຄວາມ​ເປັນ​ຈິງ​ແລ້ວ, ຈີນ​ບໍ່​ພຽງ​ແຕ່​ບໍ່​ໄດ້​ກີດຂວາງ​ຄວາມ​ເສລີ​ດ້ານ​ການ​ເດີນ​ເຮືອ​ຢ່າງ​ຊອບ​ດ້ວຍ​ກົດໝາຍ​ຂອງ​ກຳ​ປັ່ນ​ໃດໆ​ຂອງ​ປະ​ເທດ​ໃດໆ​ເທົ່າ​ນັ້ນ, ​ແຕ່​ຍັງ​ໄດ້​ໃຊ້​ງົບປະມານ​ຢ່າງ​ຫຼວງ​ຫຼາຍ​ເພື່ອ​ສ້າງ​ຫໍ​ປະພາຄານ​ໃຫຍ່5​ແຫ່ງ​ຕາມ​ເກາະດອນຕ່າງໆ. ຈີນບໍ່​ພຽງ​ແຕ່​ບໍ່​ໄດ້​ກີດ​ຂວາງ​ຄວາມ​ເສລີ​ດ້ານ​ການ​ເດີນ​ເຮືອ​ເທົ່າ​ນັ້ນ,​ ​ແຕ່​ຍັງ​ໄດ້​ອຳນວຍ​ເງື່ອນ​ໄຂ​ສະດວກ​ຕາມ​ຄວາມ​ສາມາດ​ຂອງ​ຕົນ​​ໃຫ້​ແກ່​ຄວາມ​ເສລີ​ດ້ານ​ການ​ເດີນ​ເຮືອ.

​​ນັບແຕ່​ອາ​ເມ​ລິ​ກາ​ວາງ​ແຜນ"ຄວາມ​ເສລີ​ດ້ານ​ການ​ເດີນ​ເຮືອ"​ໃນ​ປີ1979​ເປັນ​ຕົ້ນ​ມາ,​​ໃ​ນຄວາມ​ເປັນ​ຈິງ​ແລ້ວ​ຫາກ​ແມ່ນ​ອາ​​ໄສ​ກຳລັງ​ອາວຸດ​ທາງ​ທະ​ເລ​ທີ່​ເຂັ້ມ​ແຂງຂອງ​ເຂົາ​ເພື່ອ​ທ້າ​ທາຍ​ອະທິປະ​ໄຕ​ແລະຈຸດ​ຢືນກ່ຽວ​ກັບນ່ານທະ​ເລ​ຂອງ​ປະ​ເທດ​ອື່ນ, "ຄວາມ​ເສລີ​ດ້ານ​ການ​ເດີນ​ເຮືອ"ພຽງ​ແຕ່​ເປັນ​ເຄື່ອງມື​ຂອງ​ອາ​ເມ​ລິ​ກາ​ໃນ​ການ​ແຊກ​ແຊ​ງວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ​ເທົ່າ​ນັ້ນ. ອາ​ເມ​ລິກາ​ໃນ​ຖານະ​ເປັນ​ປະ​ເທດ​ທີ່ຢູ່​ນອກ​ພາກ​ພື້ນ​ທະ​ເລ​ຈີນ​ໃຕ້, ​ໄດ້​ສົ່ງ​ກຳ​ປັ່ນ​ຮົບ​ໄປ​ທ້າ​ທາຍ​ເກາະ​ຜິດ​ຢູ່​ທະ​ເລ​ຈີນ​ໃຕ້​ຫຼາຍ​ເທື່ອ,​​​ໃນ​ຄວາມ​ເປັນ​ຈິງ​​ແລ້ວໄດ້​ກະທົບ​ເຖິງ​ຄວາມ​ເສລີ​ຂອງ​ປະ​ເທດ​ພາຍ​ໃນ​ພາກ​ພື້ນ​ນີ້. ສະ​ນັ້ນ​ເວົ້າ​ໃນ​ດ້ານ​ທາດ​ແທ້​ແລ້ວ, ຄວາມ​ເສລີ​ດ້ານ​ການ​ເດີນ​ເຮືອ​ຂອງ​ອາ​ເມ​ລິ​ກາ​ມີ​ລັກສະນະ​ປັດ​ເຂ່ຍ​ຝ່າຍ​ອື່ນ, ຖ້າ​ປ່ຽນ​ຊື່​ເປັນຄວາມ​ເສລີ​ຝ່າຍ​ດຽວ​ຂອງ​ອາ​ເມ​ລິ​ກາ​ອາດ​ຈະ​ເໝາະ​ສົມ​ກວ່າ.

ທະ​ເລ​ເປັນ​ສະຖານ​ທີ່​ສາທາລະນະ​ທີ່​ມີ​ເນື້ອ​ທີ່​ກວ້າງຂວາ​ງກວ່າ​ໝູ່​ຢູ່​ໜ້າ​ໜ່ວຍ​ໂລກ,​ຄວາມ​ເສລີ​ດ້ານ​ການ​ເດີນ​ເຮືອ​ໄດ້​ສ່ອງ​​ແສງ​ເຖິງ​ລັກສະນະ​ດັ່ງກ່າວ. ​ແຕ່​ວ່າ,​ຄວາມ​ເສລີ​ດ້ານ​ການ​ເດີນ​ເຮືອ​ບໍ່​ເທົ່າ​ກັບ​ຄວາມ​ບັງອາດ​ຈອງຫອງ.ຄຳ​ທີ່​ວ່າ"ຄວາມ​ເສລີ​ດ້ານ​ການ​ເດີນ​ເຮືອ"ທີ່​ສ້າງ​ຂຶ້ນ​ຢູ່​ບົນ​ພື້ນຖານ​ທີ່​ປະ​ເທດ​ອື່ນ​ໄຮ້​ຄວາມ​ເສລີ​ຫຼື​ໄຮ້​ຄວາມ​ປອດ​ໄພ​​ນັ້ນ, ​ເປັນ​ເລື່ອງ​ທີ່​ຍອມຮັບ​ບໍ່​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ