ກອງ​ປະຊຸມ​ຄັ້ງ​ທີ5ສະ​ໄໝ​ທີ12ຂອງ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຮັບ​ຟັງ​ແລະ​ພິຈາລະນາ​ບົດ​ລາຍ​ງານ​ວຽກ​ງານ​ຂອງສານ​ປະຊາຊົນ​ສູງ​ສຸດ
2017-03-12 16:23:30  cri 
ຕອນ​​ເຊົ້າ​ວັນ​ທີ12ມີນາ​ນີ້,​ ກອງ​ປະຊຸມ​ຄັ້ງ​ທີ5ສະ​ໄໝ​ທີ12ຂອງ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ຮັບ​ຟັງ​ແລະ​ພິຈາລະນາ​ບົດ​ລາຍ​ງານ​ວຽກ​ງານ​ອງສານ​ປະຊາຊົນ​ສູງ​ສຸດ.
ທ່ານ​ໂຈ່​ວຊຽງ,ຜູ້​ວ່າການ​ສານ​ປະຊາຊົນ​ສູງ​ສຸດ​ຈີນ​ໄດ້​ລາຍ​ງານ​ວຽກ​ງານ​ປະຕິບັດໜ້າ​ທີ່​ຂອງ​ສານ​ປະຊາຊົນ​ສູງ​ສຸດ​ຈີນ​ໃນ​ປີ2016, ຄື: ໜຶ່ງ, ຈັດ​ຕັ້ງ​ປະຕິບັດ​ທັດສະນະ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ໂດຍ​ລວມ, ລົງ​ໂທດ​ການ​ກະທຳ​ຜິດ​ກົດໝາຍ,ປົກ​ປ້ອງ​ສິດທິ​ມະນຸດ;ສອງ, ຈັດ​ຕັ້ງ​ປະຕິບັດ​ທັດສະນະ​ພັດທະນາ​ແບບ​ໃໝ່, ຮັບ​ໃຊ້​ແລະ​ຮັບປະກັນ​ເສດຖະກິດ​ສັງຄົມ​ພັດທະນາ​ຢ່າງ​ຕໍ່​ເນື່ອງ​ແລະ​ປອດ​​ໄສ;​ສາມ, ປະຕິບັດ​ຕາມ​ແນວ​ຄິດ​ການ​ພັດທະນາ​ທີ່​ຖື​ປະຊາຊົນ​ເປັນ​ແກນ​ກາງ,​ຮັບປະກັນ​ສິ​ດ​ແລະ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ຢ່າງ​ແທ້​ຈິງ; ສີ່,ຍຶດໝັ້ນ​ຄຸ້ມ​ຄອງ​ສານ​ປະຊາຊົນ​ຢ່າງ​ເຂັ້ມ​ງວດ, ສ້າງ​ຖັນ​​​ແຖວ​ພະນັກງານ​ສານ​ປະຊາຊົນ​ທີ່​ຊື່ສັດ​ບໍລິສຸດ; ຫ້າ, ​ເປັນ​ເຈົ້າ​ການ​ຍອມຮັບ​ການ​ຕິດຕາມ,​ຊຸກຍູ້​ການ​ດຳ​ເນີນ​ວຽກ​ງານ​ຕຸລາການ​ເພື່ອ​ປະຊາຊົນ​ຢ່າງ​ມີ​ຄວາມ​ຍຸຕິ​ທຳ.


ທ່ານ​ໂຈ່​ວຊຽງ​ຍັງ​ໄດ້​ລາຍ​ງານ​ແຜນການ​ວຽກ​ງານ​2017​ໃນ5ດ້ານ, ຄື: ໜຶ່ງ,​ເສີມ​ຂະຫຍາຍ​ບົດບາດ​ການ​ພິພາກສາ​ຢ່າງ​ເຕັມ​ສ່ວນ, ຮັກສາ​ຄວາມ​ໝັ້ນຄົງ​ແລະ​ຊຸກຍູ້​ການພັທດະ​ນາ;​ສອງ,​ຍຶດໝັ້ນ​ປະຕິບັດ​ວຽກ​ງານ​ຕຸລາການ​ເພື່ອ​ປະຊາຊົນ, ​ຕອບ​ສະໜອງ​ກັບ​ຄວາມ​ຕ້ອງການ​ດ້ານ​ຕຸລາການ​ຂອງ​ປະຊາຊົນທີ່​ຫັນ​ເປັນ​ຫຼາຍ​ເຄົ້າ;​ສາມ,​ຍຶດໝັ້ນ​ຊຸກຍູ້​ການ​ປະຕິ​ຮູບ​ດ້ານ​ຕຸລາການ, ​ເລັ່ງລັດ​ສ້າງ​ລະບຽບ​ການ​ຕຸລາການ​ສັງຄົມ​ນິຍົມ​ທີ່​ຍຸຕິ​ທຳ,ມີ​ປະສິດທິພາບ​ສູງ​ແລະ​ມີ​ຄວາມ​ໜ້າ​ເຊື່ອ​ຖືສູງ; ສີ່, ​ເລັ່ງລັດ​ສ້າງສາ​ນທີ່​ມີ​​ສະຕິ​ປັນຍາ​ສູງ, ພະຍາຍາມ​ສະໜອງ​ການ​ບໍລິການ​ດ້ານ​ຕຸລາການ​ທີ່​ມີ​ຄຸນ​ນະພາ​ບດີ​ກວ່າ​ເກົ່າ; ຫ້າ, ຍຶດໝັ້ນ​ຄຸ້ມ​ຄອງ​ສານ​ປະຊາຊົນ​ຢ່າງ​ເຂັ້ມ​ງວດ,​ສ້າງ​ພື້ນຖານ​​​ໃນຂັ້ນ​ຮາກ​ຖານ​ຢ່າງ​ໜັກ​ແໜ້ນ, ສ້າງ​ຖັນ​ແຖວ​ພະນັກງານ​ທີ່​​ເຂັ້ມ​ແຂງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ