ລັດຖະມົນຕີ​ການ​ຕ່າງປະ​ເທດ​ຕວັກ​ກີ​ກ່າວ​ຕີ​ໂຕ້​ປະ​ເທດ​ໂຮ​ນລັງ​ທີ່ປະຕິ​ເສດ​ບໍ່​ໃຫ້​ເຂົ້າ​ເມືອງ
2017-03-12 16:51:56  cri 
ຕາມ​ຂ່າວສານ​ຊິນ​ຮວາ:​ທ່ານ​ເມັບ​ລຸດ ກາ​ວູ​ໂຊກ​ລູ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຕວັກ​ກີກ່າວ​ໃນ​ວັນ​ທີ 11 ມີນາ​ນີ້​ກ່ຽວ​ກັບ​ເລື່ອງ​ທີ່​ປະ​ເທດ​ໂຮ​ນລັງ​ບໍ່​ອະນຸຍາດ​ໃຫ້​ຍົນຂອງ​ຕົນລົງ​ຈອດວ່າ,ການ​ຕົກລົງ​ຂອງ​ປະ​ເທດ​ໂຮ​ນລັງ "ບໍ່​ວ່າ​ເວົາຈາກ​ແງ່​ມຸມ​ໃດ​ກໍ​ແມ່ນ​ເລື່ອງ​ຂາຍ​ຂີ້​ໜ້າ". ສ່ວນຜູ້ນຳ​ພັກ​ຝ່າຍ​ຄ້ານ​ທີ່​ໃຫຍ່​ກວ່າ​ໝູ່​ຂອງ​ຕວັກ​ກີ​ກໍ​ກ່າວ​ວ່າ,ປະ​ເທດ​ຕົນ​ມີ​ສິດ​ໃຊ້​ມາດ​ຕະການ​ລົງ​ໂທດ​ຕໍ​ໂຮ​ນລັງ.

ຕວັກ​ກີ​ກຳນົດ​ຈັດການ​ຢັ່ງ​ປະຊາ​ມະຕິ​ໃນ​ວັນ​ທີ 16 ​ເມສາ​ເພື່ອ​ຕົກລົງ​ວ່າ​ຈະ​ອະນຸມັດ​ຍັດຕິ​ດັດ​ແກ້​ລັດຖ​ະທຳ​ມະນູນ​ກ່ຽວ​ກັບ​ປ່ຽນ​ລະບອບ​ລັດຖະສະພາ​ເປັນ​ລະບອບ​ປະ​ທານາ​ທິບໍດີ​ຫຼືບໍ່.ຫວ່າງ​ມໍ່ໆ​ນີ້​,ລັດຖະບານ​ຕວັກ​ກີ​ໄດ້​ຈັດ​ວາງ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໄປ​ເຢຍລະ​ມັນ,​ໂອ​ຕຮິ​ສ,​ໂຮ​ນລັງ​​ແລະ​ປະ​ເທດ​ອື່ນໆ​ເພື່ອ​ປຸກລະດົມ​ຊາວ​ຕວັກ​ກີ​ທີ່ຢູ່​ປະ​ເທດ​ເຫຼົ່ານີ້​​ເຂົ້າ​ຮ່ວມ​ການ​ຢັ່ງ​ປະຊາ​ມະຕິ​ກ່ຽວ​ກັບ​ການ​ດັດ​ແກ້​ລັດຖະທຳ​ມະນູນ.ເລື່ອງ​ທີ່​ປະ​ເທດ​ໂຮ​ນລັງ​ບໍ່​ອະນຸຍາດ​ໃຫ້​ຍົນ
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ