ເກີດ​ແຜ່ນດິນ​ໄຫວ​ຂະໜາດ 4,5 ລິກ​ເຕີຢູ່​ເມືອງນ້ອຍ​ຫຼູຕ້ຽນ​​ເມືອງ​ຈ່າວ​ທົ່ງ​​ແຂວງ​ຢຸນນານ
2017-03-13 11:15:45  cri 
ເຄືອ​ຂ່າຍ​ສະຖານີແຜ່ນດິນ​ໄຫວ​ຈີນ​ແຈ້ງ​ຫຼັງ​ວັດ​ແທກ​ທາງ​ການວ່າ: ​ເວລາ 20 ​ໂມງ 21 ນາທີ​ຂອງ​ວັນ​ທີ 21 ມີນາ​ນີ້, ຢູ່​ເມືອງ​ນ້ອຍ​ຫຼູຕ້ຽນ​ເມືອງ​ຈ່າວ​ທົ່ງ​ແຂວງ​ຢຸນນານຂອງ​ຈີນ​ໄດ້​ເກີດ​ແຜ່ນດິນ​ໄຫວ​ຂະໜາດ 4,5 ລິກ​ເຕີ​ແລະຄວາມ​ເລິກ​ລົງ​ໄປ 10 ​ກິ​ໂລ​ແມັດ.

ກອງ​ດັບ​ເພີງ​ແຂວງ​ຢຸນນານ​​ແຈ້ງ​ຕໍ່​ນັກ​ຂ່າວ​ຮູ້​ວ່າ: ລົດ​ນ້ອຍ​ຄັນ​ໜຶ່ງ​ໄດ້​ຄ້າງ​ຢູ່​​ດິນພູ​ທີ່ເຈື່ອນລົງ​ມາ​ແລະ​ມາ​ຮອດປັດ​ຈຸ​ບັນ,ກອງ​ດັບ​ເພີງ​ຈ່າວ​ທົ່ງ​ແລະ​ ​ຫຼູຕ້ຽນ​ໄດ້​ສົ່ງ​ລົດ​ດັບ​ເພີງ 2 ຄັນ ​ແລະ ທະຫານ 10 ຄົນ​ໄປ​ເຂດ​ປະສົບ​​​ໄພ. ຂະນະ​ທີ່ກອງບັນຊາ​ການທີ່​ເວນຍາມປະຈຳແລະ​ກອງ​​ພິ​ເສດ​ຂອງ​ກອງ​ດັບ​ເພີງ​ຈ່າວ​ທົ່ງ​ກຽມພ້ອມ​ຈະ​ເດີນທາງ​ໄປ​ເຂດ​ປະສົບ​ໄພດັ່ງກ່າວ​ແລ້ວ​ເຊັ່ນ​ດຽວ​ກັນ.

ຢູ່​ໃນ​ຂອບ​ເຂດ 20 ກິ​ໂລ​ແມັດ​ຂອງຈຸດ​​ໃຈກາງແຜ່ນດິນ​ໄຫວ​ຄັ້ງ​ນີ້ມີ​ປະຊາກອນ​ປະມານ 85.000 ຄົນ, ​ຂອບ​ເຂດ 50 ກິ​ໂລ​ແມັດ​ມີປະຊາກອນ​ປະມານ 7 ​ແສນ 7 ໝື່ນຄົນ ​ແລະ ໃນ​ຂອບ​ເຂດ 100 ກິ​ໂລ​ແມັດ​ມີ​ ​ປະຊາກອນ 1 ລ້ານ 7 ​ແສນ 3 ໝື່ນ​ຄົນອາ​ໄສ​ຢູ່. ຂະນະ​ທີ່ຈຸດ​ໃຈກາງ​ມີ​ຄວາມ​ສູງ​ສະ​ເລ່ຍ 1749 ​ແມັດທຽບ​ໃສ່​ໜ້າ​ນ້ຳ​ທະ​ເລ​ໃນ​ຂອບ​ເຂດ 5 ກິ​ໂລ​ແມັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ