ປີ​ນີ້​ພຽງ 2 ​ເດືອນ​ ກຳປູ​ເຈຍ​ສົ່ງ​ອອກ​ເຂົ້າສານມາ​ຈີນກວມ​ເຄິ່ງໜຶ່ງ​​ໃນ​ການ​ສົ່ງ​ອອກ​ເຂົ້າສານ​​ໄປ​ຕ່າງປະ​ເທດ
2017-03-13 16:51:44  cri 
ໃນ 2 ​ເດື​ອນທຳ​ອິດ​ຂອງ​ປີ​ນີ້, ການ​ສົ່ງ​ອອກ​ເຂົ້າສານ​ຂອງ​ກຳປູ​ເຈຍ​ບັນລຸ​ເຖິງ 1 ​ແສນ​ໂຕນ, ​ໃນ​ນີ້​ເກືອບ​ເຄິ່ງໜຶ່ງ​ໄດ້​ສົ່ງ​ອອກມາຈີນ.​ແລະ​ຫຼ້າ​ສຸດ​ຄື​ມາ​ຮອດ​ເດືອນ​ກຸມພາ​ປີ​ນີ້, ກຳປູ​ເຈຍ​ບັນລຸລວມຍອດ​​ການ​ສົ່ງ​ອອກ​ເຂົ້າສານ​ 1 ​ແສນ 9.551 ​ໂຕນ ​ ເພີ່ມ​ຂຶ້ນ 14,2% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ.

ກົມ​ສົ່ງ​ອອກ​ເຂົ້າສານ​ກຳປູ​ເຈຍ​ລະບຸ​ໃນບົດ​ລາຍ​ງານ​​ວ່າ: ​ໃນ 2 ​ເດືອນ​ທຳ​ອິດ​ຂອງ​ປີ​ນີ້, ປະ​ເທດ​ຕົນ​ສາມາດ​ສົ່ງ​ອອກ​​ເຂົ້າສານ​​ໄປ 47 ປະ​ເທດ​ແລະ​ເຂດ​ແຄວ້ນ​ຂອງ​ໂລກ, ​ໃນ​ນີ້​ຈີນ​ແມ່ນ​ປະ​ເທດ​ທີ່​​ສົ່ງ​ອອກ​ຫຼາຍ​ທີ່​ສຸດ ​ໂດຍ​ມີ​ເຖິງ 4 ໝື່ນ 6.387 ​ໂຕນ (​​ເຊິ່ງບໍ່​ໄດ້​ລວມທັງ​ປະລິມານ​ການ​ສົ່ງ​ອອກ​ໄປ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ 1.094 ​ໂຕນ ​ແລະ​ໄດ້ກວມ 50% ຂອງ​ລວມຍອດປະລິມານ​ການ​ສົ່ງ​ອອກ.

ບົດ​ລາຍ​ງານ​ຍັງ​ຊີ້ໃຫ້​ເຫັນ​ວ່າ: ມາ​ເລ​ເຊຍ,ບຣູໄນ​,ສິງກະ​ໂປ​ແລະ​ປະ​ເທດ​ອື່ນໆ​​ໃນອາ​ຊຽນໄດ້​ກາຍ​ເປັນ​ຕະຫຼາດ​ນຳ​ເຂົ້າເຂົ້າສານ​ຂອງ​ກຳປູ​ເຈຍ. ​ແລະ​ເມື່ອປີ​ 2016, ກໍ​ບັນລຸລວມຍອດ​​ການ​ສົ່ງ​ອອກ​ເຂົ້າສານ​ປະມານ 5 ​ແສນ 4 ໝື່ນ​ໂຕນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ