ສປຊ ​ປະນາມ​ການ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍຢູ່​ນະຄອນ ຫຼວງ​ຊີຣີ
2017-03-13 16:19:03  cri 
ວັນ​ທີ 12 ມີນາ​ນີ້, ທ່ານອັນ​ໂຕ​ນິ​ໂອ ກູ​ເທີເລ​ສ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ອອກ​ຖະ​ແຫຼ​ງການ​ຜ່ານ​ໂຄສົກ​ຂອງ​ຕົນ, ​ໂດຍ​ໄດ້ກ່າວ​ປະນາມການ​ຫຼອນ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ສອງ​ເທື່ອ​ຢູ່​ນະຄອນຫຼວງດາ​ມັສປະ​ເທດ​ຊີຣີ​ໃນ​ວັນ​ທີ 11 ມີນາ, ທັງ​ໄດ້​ເນັ້ນ​ວ່າ​ຕ້ອງ​ສືບສວນ​ເພື່ອ​ຫາ​ຄວາມ​ຮັບຜິດຊອບຈາກຜູ້​​ໂຈມ​ຕີ.

ຂ່າວ​ແຈ້ງວ່າ, ລົດ​ໂດຍສານ​ສອງ​ຄັນ​ທີ່​ບັນທຸກຊາວ​ມຸສລິ​ມ​ນິກາຍ​ຊິ​ອະຂອງ​ອີຣັກ​ໄດ້ຖືກ​ໂຈມ​ຕີ​ດ້ວຍ​ລູກ​ລະ​ເບີດ​ຢູ່​ນະຄອນຫຼວງ​ດາ​ມັສ​ໃນ​ວັນ​ທີ 11 ມີນາ​ນີ້, ​ເຮັດ​ໃຫ້​​ເສຍ​ຊີວິດຫຼາຍ​ສິບ​ຄົນ.

​ໃນມື້​ດຽວ​ກັນ, ກະຊວງ​ການ​ຕ່າງປະ​ເທດ​ຊີຣີ​ໄດ້​ສົ່ງ​ຈົດໝາຍ​​ເຖິງ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ແລະ​ປະທານ​ສະພາ​ຄວາມ​ໝັ້ນຄົງ, ​ໂດຍຮຽກຮ້ອງ​ໃຫ້​ອົງກາ​ນສະຫະ​ປະຊາ​ຊາດ​ກ່າວ​ປະນາມການ​ຫຼອນ​ໂຈມ​ຕີດັ່ງກ່າວ​ທັງ​ນີ້. ​ໃນ​ຈົດ​ໝາຍ​ດັ່ງກ່າວລະບຸ​ວ່າ, ກະຊວງ​ການ​ຕ່າງປະ​ເທດ​ຊີຣີ​ໄດ້​ແຈ້ງ, ການ​​ໂຈມ​ຕີ​ລະ​ເບີດ​ສອງ​​ເທື່ອ​ດັ່ງກ່າວກໍເພື່ອ​ແກ້​ແຄ້ນ​ກອງທັບ​ຊີຣີ​ທັງໄດ້​ຮັບ​ໄຊຊະນະ​ໃນ​ການ​ຕໍ່ຕ້ານ​ອົງການ​ຫົວ​ຮຸນ​ແຮງ​ຢູ່​ຫຼາຍ​ຈຸດຫວ່າງ​ມໍ່ໆ​ມາ​ນີ້, ຂະນະ​ດຽວ​ກັນກໍ​ສະ​ແດງ​ໃຫ້​ເຫັນ​ວ່າ​ອິດ​ທິກຳລັງ​ກໍ່​ການ​ຮ້າຍຢູ່​ຊີຣີຄື​ການຄັດຄ້ານ​ຂະ​ບວນການ​ສາມັກ​ຄີ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ