ແຜນການ​ວິທະຍາສາດ​ສາກົນ "ດີ​ຈີ​ຕອນໜຶ່ງ​​ແລວ​ທາງ​ໜຶ່ງ​​ເສັ້ນທາງ" ​ເລີ່​ມ​ໃຊ້​ຂໍ້​ມູນ​ສ່ວນ​ຕົວ​ນຳ​ກັນ
2017-03-13 16:20:27  cri 
ວັນ​ທີ 12 ​ມີນາ​ນີ້, ທ່ານ​ກົ່ວ​ຮວາ​ດົ່ງ ສະມາ​ຊິກ​ສະພາ​ປຶກສາ​ການ​ເມືອງປະຊາຊົນ​ແຫ່ງ​ຊາດ, ສະມາຊິກສະ​ຖາ​ບັນ​ວິທະຍາສາດ​ແຫ່ງ​ຊາດ​ຈີນ​ກ່າວ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ວ່າ: ​ແຜນການ​ວິທະຍາ​ສາດ​ສາກົນ "ດີ​ຈີ​ຕອນໜຶ່ງ​ແລວ​ທາງ​ໜຶ່ງ​​ເສັ້ນທາງ" ​ໄດ້​ກຳນົດຂອບ ​ແລະ​ເລີ່​ມ​ໃຊ້​ຂໍ້​ມູນ​ສ່ວນ​ຕົວ​ນຳ​ກັນ.

"ດີ​ຈີ​ຕອນ​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ໄດ້ລິ​​ເລີ່​ມຂຶ້ນ​ໂດຍ​ນັກວິທະຍາສາດ​ຈີນ ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​​ປະ​ເທດ ​ແລະ​ເຂດ​ແຄວ້ນ​ທີ່ຢູ່​ລຽບຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ທັງດ້ານ​ວິທະຍາສາດໜ່ວຍ​ໂລກ, ຂໍ້​ມູນ ​ແລະ​ຂົງ​ເຂດການ​ນຳ​​​ໃຊ້ ​ເຊິ່ງ​ໄດ້​ແບ່ງອອກ​ເປັນ 7 ໜ່ວຍ​ງານ ຄື: ​ໜ່ວຍ​ງານ​ຂໍ້​ມູນ​ໃຫຍ່​ດ້ານ​ໜ່ວຍ​ໂລກ, ການ​ປ່ຽນ​ແປງ​ສິ່ງ​​ແວດ​ລ້ອມ, ​ໄພພິບັດ​ທຳ​ມະ​ຊາດ, ມໍ​ລະ​ດົກ​ໂລກ, ຊັບພະຍາກອນ​ນ້ຳ, ຄວາມ​ປອດ​ໄພ​ຂອງກະສິກຳ ​ແລະທັນ​ຍາ​ຫານ, ​​ທະ​ເລ​ແລະ​ແລວ​ທາງ​ຝັ່ງທະ​ເລ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ