ທະຫານ​ອີຣານ​ຍຶດພື້ນ​ທີ່​ເຂດໃກ້​​ເມືອງ​ເກົ່າMosul ​ເພື່ອຕັດຂາດ​ທາງປົບ​ໜີຂອງ​ກຸ່ມIS
2017-03-13 16:21:29  cri 
ຂ່າວສານ​ຊິນ​ຮວາ​ລາ​ຍງານ​ວ່າ: ສົງ​ຄາມ​ປົດ​ປ່ອຍ​ຢູ່​ພາກ​ຕາ​ເວັນ​ຕົກ​ຂອງເມືອງMosul​ໄດ້​ເຂົ້າສູ່​ອາທິດ​ທີ 4 ​ແລະທະຫານ​ອີຣັກ​​ກໍ​ສາມາດຄວບ​ຄຸມພື້ນ​ທີ່​ໄດ້ 1/3 ລວມທັງ​ເຂດ​ໃກ້​ກັບ​ເມືອງ​ເກົ່າ​ທີ່ຢູ່​ໃຈກາງ ​ເພື່ອຕັດຂາດ​ທາງປົບໜີ​​ເສັ້ນ​ສຸດ​ທ້າຍຂອງ​ກຸ່ມIS.

ຂະນະ​ດຽວ​ກັນ, ທະຫານ​ອີຣັກຍັງ​ບັນລຸ​ຄວາມ​ຄືບ​ໜ້າ​ໃນສົງຄາມ​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ເມືອງMosul. ທ່ານJasim Muhammmad ລັດຖະມົນຕີ​ກະຊວງຊາວອົບ​ພະຍົບ​ ​ແລະ​ຊາວ​ຍ້າຍຖິ່ນ​ຖານອີຣັກກ່າວ​ວ່າ: ​ເລີ່​ມ​ແຕ່​ສົງຄາມ​ປົບ​ປ່ອຍເມືອງMosul​​ເປັນ​ຕົ້ນ​ມາ, ໜ່ວຍ​ງານຂອງ​ກະຊວງຕັນ​ສາມາດ​ຊ່ວຍ​ເຫຼື​ອ ປະຊາຊົນ​ໄດ້​ເກືອບ 1 ​​ແສນ​ຄົນ ​ແລະ​ພຽງ​ແຕ່​​ໃນວັນ​ທີ 12 ມີນາ​ນີ້​ກໍ​ຊ່ວຍ​ເຫຼືອໄດ້​ຫຼາ​ຍກວ່າ 10 ພັນ​ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ