ລັດຖະບານ​ຟິລິບ​ປິນຈະ​ເຈລະຈາ​ສັນຕິພາບ​ກັບ​ພັກ​ກອມ​ມູນິ​ດຄືນ​ໃໝ່
2017-03-13 21:45:00  cri 
ຕາມ​ຂ່າວສານ​ຈີນ:ທ່ານ​ດຸ​ເຣຊາ ທີ່​ປຶກສາ​ຂະ​ບວນການ​ສັນຕິພາບ​ຂອງ​ປະທານາທິບໍດີ​ຟິລິບ​ປິນ​ເປີດ​ເຜີຍ​ໃນ​ວັນ​ທີ 12 ມີນາ​ນີ້​ວ່າ,ລັດຖະບານ​ປະ​ເທດ​ຕົນ​ແລະ​ພັກ​ກອມ​ມູນິ​ດຈະ​ຈັດການ​ເຈລະຈາ​ສັນຕິ​ພາບ​ເປັນ​ທາງ​ການ​ຄືນ​ໃໝ່.
ທາງ​ການ​ຟິລິບ​ປິນ​ເຜີຍ​ໃຫ້​ຮູ້​ວ່າ,ຫຼັງລັດຖະບານ​ນອກ​ແວ​ໄດ້​ໄກ່​ເກ່ຍ​ແລະ​​ເປັນ​ປະທານ, ລັດຖະບານ​ຟິລິບ​ປິນ​ແລະອົງການ​ການ​ເມືອງ​ທີ່​ນຳ​ໂດຍ​ພັກ​ກອມ​ມູນິ​ດຄື "​ແນວ​ໂຮມ​ປະຊາທິປະ​ໄຕ​ແຫ່ງ​ຊາດ"​ໄດ້​ເຈລະຈາ​ກັນ​ບໍ່​ເປັນ​ທາງ​ການ​ໃນ​ວັນ​ທີ 10 ​ແລະ 11 ມີນາ​ນີ້​ໂດຍສອງ​ຝ່າຍ​ເຫັນ​ດີ​ຈັດການ​ເຈລະຈາ​ສັນຕິພາບ​ຢ່າງ​ເປັນ​ທາງ​ການ​ຮອບ​ທີ 4 ​ໃນ​ເດືອນ​ເມສາຂະນະ​ທີ່ກອງ​ທະຫານ​ລັດຖະບານ​ແລະ "ກອງທັບ​ປະຊາຊົນ​ໃໝ່"ທີ່​ນຳ​ໂດຍ​ພັກ​ກອມ​ມູນິ​ດ​ຟິລິບ​ປິນຍັງ​ເຫັນ​ດີ​ຟື້ນ​ຟູມ​າດຕະການ​ຢຸດ​ຍິງ​ແຕ່​ຝ່າຍ​ດຽວ​ຫຼັງ​ຢຸດ​ຊະ​ງັກມາກ່ອນ​ໜ້າ​ນີ້.
ວັນ​ທີ 12 ມີນາ​ນີ້,ທຳນຽບປະທານາທິບໍດີ​ຟິລິບ​ປິນ​ໄດ້ສະ​ແດງ​ຄວາມ​ຍິນ​ດີ​ຕໍ່​ລັດຖະບານ​ແລະ​ພັກ​ກອມ​ມູນິ​ດທີ່​ຟື້ນ​ຟູ​ການ​ເຈລະຈາ​ສັນຕິພາບ​ເປັນ​ທາງ​ການ​ຄືນ​ໃໝ່​ໂດຍທ່ານ​ອາ​ເບ​ລາ ​ໂຄສົກ​ທຳນຽບປະທານາທິບໍດີ​ຟິລິບ​ປິນກ່າວ​ວ່າ,ທຳນຽບປະທານາທິບໍດີ​ຫວັງ​ໃຫ້​ຜູ້ນຳ​ພັກ​ກອມ​ມູນິ​ດຈະ​ສາມາດ​ຈຳກັດ​ກອງ​ປະກອບ​ອາວຸດ​ຂອງ​ຕົນ​ແລະ​ຮ່ວມ​ມື​ກັບ​ລັດຖະບານ​ເພື່ອກ້າວ​ສູ່​ການເຊັນ​ສັນຍາ​ສັນຕິພາບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ