ຍອດການຈຳໜ່າຍສະມາດ​ໂຟນຂອງຈີນຢູ່ຣັດ​ເຊຍ​ເພີ່ມ​ຂຶ້ນ​ຢ່າງພົ້ນ​ເດັ່ນ
2017-03-13 21:54:36  cri 
ຕາມ​ຂ່າວສານ​ຊິນ​ຮວາ:ສະຖິຕິ​ທີ່​ບໍລິສັດ M.Video ​ແລະ Euroset ທີ່​ຂາຍ​ຜະລິດ​ຕະພັນ​ເອ​ເລັກ​ໂຕຣນິກລາຍ​ຍ່ອຍ​ຂອງປະ​ເທດຣັດ​ເຊຍ​ເປີດ​ເຜີຍ​ຫວ່າງ​ມໍ່ໆ​ນີ້​​ວ່າ,​ເດືອນ​ມັງກອນ​ປີນີ້,ຍອດການ​ຈຳໜ່າຍ​ສະມາດ​ໂຟນທີ່​ຈີນ​ຜະລິດ​ໄດ້​ກວມ​ຕະຫຼາດຣັດ​ເຊຍ 24%, ຂະນະ​ທີ່​ມູນ​ຄ່າ​ການຈຳ ໜ່າຍ​ກໍກວມ 19%.
ສະຖິຕິດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ,​ເມື່ອ​ທຽບ​ໃສ່​ຍອດການ​ຈຳໜ່າຍ 19% ​ແລະ​ມູນ​ຄ່າ​ການຈຳໜ່າຍ 13%​ໃນ​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານ​ມານັ້ນ,ຜົນ​ການຈຳໜ່າຍ​ສະມາດ​ໂຟນຈີນ​ຢູ່ຣັດ​ເຊຍ​ໃນ​ໜຶ່ງ​ປີຜ່ານ​ມາ​​ມີ​ຄວາມ​ກ້າວໜ້າຢ່າງ​​ພົ້ນເດັ່ນ​ໂດຍ​ຍອດການຈຳໜ່າຍ​ໃນ​ເດືອນ​ມັງກອນ​ໄດ້​ລື່ນ​​ໂທລະສັບ​ມື​ຖື​ຊຳ​ຊຸງ​ຂອງສ.​ເກົາຫຼີ​ແລະທີ່​ສຳຄັນ,​ເລ​ໂນ​ໂວ,ຫົວ​ເວີຍ,​ເມ​ຊູ,ມີ​ແລະ​ຈົ່ງ​ຊິງ​ໄດ້​ກາຍ​ເປັນ 5 ຍີ່​ຫໍ້ຂອງຈີນ​ທີ່​ນຳ​ໜ້າ​ຍອດ​ການຈຳໜ່າຍ​ຢູ່ຣັດ​ເຊຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ