ນັກ​ທ່ອງ​ທ່ຽວ​ກວາງ​ໂຈ​ວ​ໄປ​ທ່ຽວ​ໄທຫຼາຍ​ກວ່າ​ເກົ່າຫຼັງ​ໄທ​ແກ່ຍາວ​ເວລາ​ຍົກ​ເວັ້ນຄ່າ​ວິຊາ
2017-03-13 10:22:29  cri 
ຕາມ​ຂ່າວສານ​ຈີນ: ມາດ​ຕະການ​ຍົກ​ເວັ້ນຄ່າ​ວິຊາ ​ແລະ​​ຄ່າ​ວິຊາ​ກັບ​ດ່ານທີ່ຕ້ອງ​ເສຍ​​ເຄິ່ງໜຶ່ງ​ຂອງ​ໄທ ​ແລະ​ຈະ​ໝົດ​ກຳນົດ​ກ່ອນ​ທ້າຍ​ເດືອນ​ກຸມພາ​ປີ​ນີ້ ​ໄດ້​ຖືກແກ່ຍາວ​ໄປ​ຈົນ​ເຖິງວັນ​ທີ 31 ສິງຫາ​ປີ​ນີ້ ​ນັ້ນ​ໄດ້​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ເມືອງ​ກວາງ​ໂຈ​ວ​ແຂວງ​ກວາງ​ຕຸ້ງ ສປ ຈີນ​​ໄປ​ທ່ຽວປະ​ເທດ​ດັ່ງກ່າວ​ຫຼັງ​ບຸນ​ກຸດ​ຈີນ.

ວັນ​ທີ 13 ຫາ 15 ​ເມສາ​ແມ່ນ​ບຸນປີ​ໃໝ່​ໄທ, ​ແຫ່ງ​ຕ່າງໆ​ຂອງ​ໄທ​ຈະ​ຈັດ​ງານ​ສະ​ເຫຼີ​ມສະຫຼອງ​ຢ່າງ​ຄຶກຄື້ນ ​ເຊິ່ງຈຸດ​ນີ້​ຈະ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຫຼາຍ​ຄົນ​ເລືອກ​ໄປ​ທ່ຽວ​ໄທ ​ເພື່ອ​ສຳຜັດ​ກັບ​ຮີດຄອງ​ປະ​ເພນີ​ຂອງ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້.

ທ່ານ​ຊ້າຍ​ໝິນຢີ ອຳນວຍ​ກາຍ​ໃຫຍ່​ສູນ​ທ່ອງ​ທ່ຽວ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ບໍລິສັດ "ກວາງ​ຈື່​ລຸຍ" ​ເປີດ​ເຜີຍ​ວ່າ, ຈຳນວນ​ນັກ​ທ່ອງ​ທ່ຽວ​ຂອງ​ບໍລິສັດ​ຕົນ​ທີ່​ໄປ​ທ່ຽວ​ໄທ​ໃນ​ເດືອນ​ກຸມພາ​ໄດ້​ເພີ່ມ​ຂຶ້ນ​ເກືອບ 30% ​ເມື່ອ​ທຽບ​​ໃສ່ໄລຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ ​ແລະ​ການ​ທີ່​ໄທ​​ແກ່ຍາວ​ເວລາ​ຍົກ​​ເວັ້ນວິຊາ ຈະ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໄປ​ທ່ຽວ​ປະ​ເທດ​ດັ່ງກ່າວຫຼາຍ​ກວ່າ​ເກົ່າ​ໃນ​ໄລຍະ​ທີ່​ບໍ່​ມີ​ນັກ​ທ່ອງ​ທ່ຽວ​ຫຼາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ