​ນັກທຸລະກິດ​ແຂວງ​ຊານ​ຕຸ່ງຫາ​ໂອກາດ​ຮ່ວມ​ມື​ກັບ​ໄທ
2017-03-13 15:44:48  cri 
ຕາມ​ຂ່າວCRI: ຄະນະ​ຜູ້​ແທນ​ນັກທຸລະກິດ​​ແຂວງ​ຊານ​ຕຸ່ງຈີນໄດ້​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ດ້ານ​ການ​ຮ່ວມ​ມື​ກັບ​ສູນ​ແລກປ່ຽນ​ເສດຖະກິດ​ການ​ຄ້າ​ໄທ-ຈີນ​ໃນ​ວັນ​ທີ 12 ມີນາ​ນີ້ ​ເພື່ອ​ຊຸກຍູ້​ການ​ຮ່ວມມື​ທາງ​ເສດຖະກິດ ​ແລະ​ວັດທະນະທຳ​ລະ​ຫວ່າງ​ແຂວງ​ຊານ​ຕຸ່ງກັບ​ໄທ. ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ ລະບຸ​ວ່າ ສອງ​ຝ່າຍ​ຈະ​ສ້າງ​ເວທີ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ຈັດ​ກອງ​ປະຊຸມ​ປຶກສາ​ຫາລື ​ແລະ​ງານ​ວາງສະ​ແດງ ​ເພື່ອ​ດຳ​ເນີນ​ກິດຈະກຳ​ແລກປ່ຽນ​ໃນ​ຂົງ​ເຂດ​ວັດທະນະທຳ, ທຸລະ​ກິດ​ການ​ຄ້າ​ແລະ​ອຸດສາຫະກຳ.

ຜູ້​ແທນ​ທີ່​​ເດີນທາງ​ຢ້ຽມຢາມ​ໄທ​ເທື່ອ​ນີ້​ມາ​ຈາກ 15 ​ເມືອງ​ໃນ 17 ​ເມືອງ​ຂອງ​ແຂວງ​ຊານ​ຕຸ່ງ ​ແລ​ຈະ​ຈັດ​ງານ​​ໂຄສະນາຜະລິດ​ຕະພັນ​ກະສິກຳ​ສົ່ງ​ອອກ​ແລະ​ນຳ​ເຂົ້າ​ຂອງແຂວງ​ຕົນຢູ່​ນະຄອນຫຼວງ​ບາງກອກ​ປະ​ເທດ​ໄທ​ໃນ​ວັນ​ທີ 13 ມີນາ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ