ສະ​ກອດ​ແລນ​ອັງກິດ​ຫວັງ​ລົງ​ປະຊາ​ມະຕິສະ​ແຫວ​ງຫາ​ຄວາມເປັນເອກະ​ລາດ​ເທື່ອ​ທີ​ສອງ
2017-03-14 10:05:49  cri 
ທ່ານ​ນາງ​ນິ​ໂຄ​ລາສະ​ເຕີ​ເຈັນ ຫົວໜ້າ​ລັດຖະມົນຕີ​ສະ​ກອດ​ແລນ​ອັງກິດຢືນຢັນ​ຕໍ່​ສື່​ມວນ​ຊົນ​ຢູ່​ເມືອງ​ເອດິງ​ເບີກ​ໃນ​ວັນ​ທີ 13 ມີນາ​ນີ້​ວ່າ: ຫວັງຈະຈັດການ​ລົງ​ປະຊາ​ມະຕິ​ອີກ​ຄັ້ງ​ໜຶ່ງ​​ເພື່ອ​ສະ​ແຫວ​ງຫາ​ຄວາມ​ເປັນ​ເອກະ​ລາດ​ຫຼື​ບໍ່​ໃນ​ປີ 2018ຫຼືປີ 2019.

ພາຍຫຼັງ​ອອກ​ມາ​ຢືນຢັນ​ຄື​ດັ່ງກ່າວ​ກໍຖືກ​ພັກ​ການ​ເມືອງສຳຄັນ​ຈຳນວນ​ໜຶ່ງ​ຂອງ​ສະ​ກອດ​ແລນ​ຕຳ​ໜິ​ໂດຍ​ພັກກຳມະກອນ, ພັກ​ອະນຸລັກ​ນິຍົມ​ແລະ​ພັກ​ເສລີ​ປະຊາທິປະ​ໄຕ​ລ້ວນ​ແຕ່ຄັດ​ຄ້ານ​ຕໍ່​ການ​ລົງ​ປະຊາ​ມະຕິ​ເທື່ອ​ທີ​ສອງ.

ແນວ​​ໃດ​ກໍ​ດີ,ທ່ານນາງສະ​ເຕີ​ເຈັນ​ກໍ​ໄດ້ສະ​ເໜີ​ວັນ​ເວລາ​ຈັດການ​ລົງ​ປະຊາ​ມະຕິ​ເທື່ອ​ທີ​ສອງ​ແລ້ວ, ຂະນະ​ທີ່​ໂຄສົກ​ລັດຖະບານ​ອັງກິດ​ຢືນຢັນ​ທັນທີ​ວ່າ ຜົນ​ການ​ລົງ​ປະຊາ​ມະຕິ​ກ່ຽວ​ກັບ​ຄວາມ​ເປັນ​ເອກະ​ລາດ​ຂອງ​ສະ​ກອດ​ແລນ​ເມື່ອ​ປີ2014 ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​​ວ່າ ຊາວ​ສະ​ກອດ​ແລນ​ສ່ວນ​ໃຫຍ່​ບໍ່​ບໍ່​ຕ້ອງການ​ໃຫ້ລົງ​ປະຊາ​ມະຕິ​ເທື່ອ​ທີ​ສອງ ​ເພາະ​ຈະ​ເຮັດ​ໃຫ້​ປະ​ເທດ​ຊາດ​ແຕກ​ແຍກ ​ແລະ​ການ​ພັດທະນາ​ເສດຖະກິດ​ກໍ​ຈະ​ບໍ່​ແນ່ນອນ​ເພີ່ມ​ຫຼາຍ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ