ຕວກກີ​ຫ້າມ​ເອກ​ອັກຄະ​ລັດຖະທູດ​ໂຮ​ນລັງ​ເຂົ້າປະ​ເທດ​ຕົນ
2017-03-14 10:32:04  cri 
ທ່ານ​ນູ​ແມນກົວ​ຕູນ​ມຸສ ຮອງ​ນາຍົກລັດຖະມົນຕີຕວກກີຖະ​ແຫຼງ​ໃນ​ຄືນ​ວັນ​ທີ 13 ມີນາ​ນີ້​ວ່າ: ປະ​ເທດ​ຕົນຈະ​ໃຊ້​ມາດ​ຕະການ​ຕ່າງໆ​ຕໍ່​ໂຮ​ນລັງ​ເພື່ອ​ຕອບ​ໂຕ້​ລັດຖະບານປະ​ເທດ​ດັ່ງກ່າວທີ່​ສະກັດ​ກັ້ນ​ບໍ່​ໃຫ້​ເຈົ້າ​ໜ້າ​ທີ່ຕວກກີ​ເ​ຂົ້າປະ​ເທດທັງ​ໄດ້​ສະຫຼາຍ​ການ​ໂຮມ​ຊຸມນຸມ​ຂອງ​ຊາວ​ຕວກກີ​ຢູ່​ໂຮ​ນລັງຕື່ມ​ອີກ.

ທ່ານ​ກົວ​ຕູນ​ມຸສປະກາດ​ວ່າ: ລັດຖະບານ​ຕວກກີ​ຈະ​ຢຸດ ​ປຶກສາ​ທາງ​ການ​ເມືອງ​ລະດັບ​ສູງ​ກັບ​ໂຮ​ນລັງທັງ​ໝົດທັງຍັງ​ຈະ​ຫ້າມ​ບໍ່​ໃຫ້​​ເຮືອບິນ​ທີ່​ມີເຈົ້າ​ໜ້າ​ທີ່​ການ​ທູດ​ໂຮ​ນລັງຜ່ານນ່ານຟ້າ. ​ຂະນະ​ທີ່ເອກະ​ຄະ​ລັດຖະທູດ​ໂຮ​ນລັງ​ປະຈຳ​ຕວກກີ​ທີ່​ປັດຈຸບັນ​ຢູ່​ນອກ​ປະ​ເທດ​ຕວກກີ​ກໍຈະ​ຖືກ​ຫ້າມ​ບໍ່​ໃຫ້​ເຂົ້າປະ​ເທດຈົນ​ກວ່າ​ລັດຖະບານປະ​ເທດ​ດັ່ງກ່າວ​ຈະຕອບ​ສະໜອງຕາມຄວາມ​ຮຽກຮ້ອງທີ່​ຕວກກີ​ສະ​ເໜີ​ກ່ອນ​ໜ້າ​ນີ້.ນອກ​ນີ້, ລັດຖະບານ​ຕວກກີ​ຈະ​ສະ​ເໜີ​ໃຫ້​ລັດຖະສະພາ​ຍຸບສະມາຄົມ​ມິດຕະພາບລັດຖະ​ສະພາຕວກກີ-​ໂຮ​ນລັງຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ