ສ.​ເກົາຫຼີອາດ​ຈະ​​ເລືອກ​ຕັ້ງປະທານາທິບໍດີ​ໃນ​ວັນ​ທີ 9 ພຶດສະພາ​ປີ​ນີ້
2017-03-14 15:31:23  cri 

ສື່​ມວນ​ຊົນ ສ.​ເກົາຫຼີ ລາຍ​ງານ​ໃນ​ວັນ​ທີ 13 ມີນາ​ນີ້​ວ່າ ປະ​ເທດ​ຕົນ​ອາດ​ຈະ​ຈັດການ​ເລືອກ​ຕັ້ງປະທາ​ນາທິບໍດີ​ຊຸດ​ໃໝ່ໃນ​ວັນ​ທີ 9 ພຶດສະພາ​ປີ​ນີ້.

ການ​ເລືອກ​ຕັ້ງປະທານາທິບໍດີ ສ.​ເກົາຫຼີ ​ໃນ​ເວລາ​ດັ່ງກ່າວ​ເປັນ​ຜົນ​ມາ​ຈາກສານ​ລັດຖະທຳ​ມະນູນ ສ.​ເກົາຫຼີ ​ໄດ້ມີ​ມະຕິ​ຖອດ​ຖອນ​ທ່ານ​ນາງ​ປັກ​ກຸນ​ເຮ ​ປະທານາທິບໍດີ​ໃນ​​ວັນ​ທີ 10 ມີນາ​ນີ້ ​ແລະ ອີງ​ຕາມ​ການ​ກຳນົດ​ທີ່​ກ່ຽວຂ້ອງ, ສ.​ເກົາຫຼີຈະ​ຕ້ອງ​ດຳ​ເນີນ​ການ​ເລືອກ​ຕັ້ງປະທານາທິບໍດີ​ຊຸດ​ໃໝ່​ພາຍ​ໃນ​ເວລາ 60 ວັນ ທັງ​ຕ້ອງ​ປະກາດ​ວັນ​ເວລາຢ່າງລະອຽດກ່ອນ​ຈະ​ດຳ​ເນີນ​ການ​ເລືອກ​ຕັ້ງ 50 ວັນ. ຈາກ​ນີ້​ຈຶ່ງ​ຄາດ​ວ່າ, ການ​ເລືອກ​ຕັ້ງຈະ​ຕ້ອງ​ໄດ້​ຈັດ​ຂຶ້ນ​ ລະຫວ່າງ​ທ້າຍ​ເດືອນ​ເມສາຫາ​ກາງ​ເດືອນ​ພຶດສະພາ​ປີ​ນີ້.

ອົງ​ການ​ສຳຫຼວດຄວາມ​ເຫັນ​ປະຊາຊົນ​ຂອງ ສ.​ເກົາຫຼີ ​ໄດ້​ປະກາດ​ຜົນ​ການ​ສຳຫຼວດ​ໃນ​ວັນ​ທີ 12 ມີນາ​ນີ້ ​ໂດຍຊີ້​ໃຫ້​ເຫັນວ່າ ​ໃນ​ຈຳນວນ​ບຸກຄົນ​ທີ່​ອາດ​ຈະສະໝັກ​ຮັບ​ເລືອກ​ຕັ້ງປະທານາທິບໍດີ​ນັ້ນ, ທ່ານ​ມຸນ​ເຈ​ອິນ ອະດີດ​ປະທານ​ພັກ​ມິນ​ຈູ ພັກ​ຝ່າຍ​ຄ້ານທີ່​ໃຫຍ່​ກວ່າ​ໝູ່ ​​ໄດ້​ຮັບການ​ສະໜັບສະໜູນຈາກ​ປະຊາຊົນ 29,9% ​ເຊິ່ງນຳ​ໜ້າຄູ່​ແຂ່ງຫຼາຍສົມຄວນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ