ມາ​ເລ​ເຊຍ​ແລະ​ຈີນ​ຈະ​ເສີມຂະຫຍາຍ​ການ​ຮ່ວມ​ມື​​ໃຫ້ກວ້າງຂວາງ​ຍິ່ງ​ຂຶ້ນ
2017-03-14 15:33:44  cri 

ທ່ານ​ອຶງກາ​ຕິງ ທູດ​ພິ​ເສດ​ຂອງ​ນາຍົກລັດຖະມົນຕີມາ​ເລ​ເຊຍ ​ກ່າວ​ໃນ​ໂອກາດເດີນທາງ​ທັດສະນະ​ສຶກສາ​ເຂດ​ນິຄົມ​ອຸດສາຫະກຳ​ຊິ່ນ​ໂຈ່​ວຈີນ-ມາ​ເລ​ເຊຍ​ໃນ​ວັນ​ທີ 13 ມີນາ​ນີ້ວ່າ ຈີນ​ເປັນ​ຕະຫຼາດທີ່​ກວ້າງ​ໃຫຍ່ ​ເຊິ່ງມາ​ເລ​ເຊຍ​ແລະ​ຈີນ​ລ້ວນ​ແຕ່ສາມາດ​ສະ​ແຫວ​ງຫາ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທີ່ກວ້າງ​ກວ່າ​ເກົ່າ.

ທ່ານ​ອຶງກາ​ຕິງ ກ່າວ​​ວ່າ: ຈີນ​ເປັນ​ຕະຫຼາດທີ່​ກວ້າງ​​ໃຫຍ່ ​ເຊິ່ງວິ​ສາ​ຫະກິດ​ປະ​ເທດ​ຕົນ​ຈະສາມາດ​ເຈາະ​ຕະຫຼາດຈີນ​ໃນ​ການ​ປຸງ​ແຕ່ງອາຫານ​ມຸສລິ​ມ, ການ​ຜະລິດ​ຜະລິດ​ຕະພັນຕົ້ນປາມ ​ແລະ ຢາງ​ພາລາ​ເປັນຕົ້ນ. ການ​ທີ່​ຈະ​ເລັ່ງປະ​ດິດ​ສ້າງ​ໃໝ່​ຕໍ່ອຸດສາຫະກຳ​ເກົ່າ ​ແລະ ພັດທະນາ​ອຸດສາຫະກຳ​ເຕັກນິກ​ກ້າວ​ໜ້າ​ທັນ​ສະ​ໄໝ​ແນວ​ໃດ ​​ແລະ​ອື່ນໆ ນັ້ນ ແມ່ນທິດ​ທາງ​ທີ່​ປະ​ເທດ​ຕົນ​ຫວັງຈະຮ່ວມ​ມືກັບ​ຈີນ.

ທັງ​ນີ້, ​ເຂດ​ນິຄົມ​ອຸດສາຫະກຳ​ຊິ່ນ​ໂຈ່​ວຈີນ-ມາ​ເລ​ເຊຍ ​ແ​ລະ​ເຂດ​ນິຄົມ​ອຸດສາຫະກຳ​ກວນ​ຕານ​ມາ​ເລ​ເຊຍ-ຈີນ ທີ່​ລັດຖະບານ​ຈີນ​ແລະ​ມາ​ເລ​ເຊຍ​ຮ່ວມ​ສົ່ງ​ເສີມ​ສ້າງ​ຂຶ້ນນັ້ນ ​ແມ່ນ​ຮູບ​ແບບ​ການ​ຮ່ວມ​ມື​ອຸດສາຫະກຳ​ໃນ​ສາກົນ​ແບບ​ໃໝ່ ​ໂດຍ​ໄດ້​ສ້າ​ງກົນ​ໄກຮ່ວມ​ການ​ດຶງ​ດູດ​ການ​ລົງທຶນ "ສອງ​ປະ​ເທດ​ສອງ​ເຂດ​ນິຄົມ" ​ແລະ​ມາ​ຮອດ​ເດືອນ​ມີນາ​ນີ້, ​ເຂດ​ນິຄົມ​ອຸດສາຫະກຳ​ຊິ່ນ​ໂຈ່​ວ ຈີນ-ມາ​ເລ​ເຊຍ ໄດ້​ສຳ​ເລັດ​ການກໍ່ສ້າງ​ແລ້ວ 89 ໂຄງການ ​ໂດຍ​ມີ​ຍອດ​ການລົງທຶນ​ປະມານ 7 ຕື້ 800 ລ້ານ​ໂດ​ລາ​ສະຫະລັດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ