ອະດີດ​ປະທານາທິບໍດີ​ເອຢິບ​ຈະໝົດ​ກຳນົດ​ໂທດ​ໃນ​ໄວໆ​ນີ້
2017-03-14 15:36:10  cri 

ສື່​ມວນ​ຊົນ​ເອຢິບ​ລາຍ​ງານ​ວ່າ, ​ເຈົ້າໜ້າ​ທີ່​ໄອ​ຍະ​ການ​ເຂດ​ເລີ​ແກ​ເອຢິບ ​ໄດ້​ສັ່ງ​ປ່ອຍທ່ານ​ມູຮາ​ເມັດ ​ໂຮ​ສນີ ມູບາຣັກ ອະ​ດີດປະທານາທິບໍດີ ​ໃນ​ວັນ​ທີ 13 ມີນາ​ນີ້ ຫຼັງ​ຕິດ​ຄຸກ​ມາ​ເປັນ​ເວລາ 3 ປີ ທັງ​ໄດ້​ຖືກ​ກັກ​​ໃນ​ໄລຍະປະກັນ​​ແລະ​ລໍຖ້າ​ການພິພາກສາ.

ທ່ານ​ມູບາຣັກ ທີ່​ປັດຈຸບັນອາຍຸ 89 ປີ ​ພວມ​ໄດ້​ຮັບໂທດ​ຢູ່​ໂຮງໝໍ​ທະຫານ​ແຫ່ງ​ໜຶ່ງ​ທີ່​ເລີ​ແກ. ຂະນະ​ທີ່​ທ່ານ​ຟາຣິດ ​ແອ ດິບ ທະນາຍຄວາມ​ຂອງ​ທ່ານ ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ: ​ຖ້າສຸ​ຂະພາບດີ, ທ່ານ​ມູບາຣັກ ຈະ​ກັບ​​ເມືອ​ພັກ​ຢູ່​ເຮືອນ​​ຂອງ​ຕົນ​ໄດ້​ທຸກ​ເວລາ, ​ແຕ່​​ເນື່ອງ​ຈາກ​ຍັງ​ມີ​ການ​ສືບສວນຕໍ່​ຄະດີ​ທີ່​ກ່ຽວຂ້ອງ ຈຶ່ງ​ຖືກ​ຫ້າມ​ບໍ່​ໃຫ້​ອອກ​ນອກປະ​ເທດ.
​ທັງ​ນີ້ ​​ເມື່ອເດືອນ​ພຶດສະພາ​ປີ 2014, ທ່ານ​ມູບາຣັກ ​ໄດ້​ຖືກ​ຕັດສິນ​ຕິດ​ຄຸກ 3 ປີ​ໃນ​ຂໍ້​ຫາຍັກ​ຍອກ​ເງິນ​ຫຼວງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ