ຜູ້ອໍານວຍການໃຫ່ຍ ສະຫະປະຊາຊາດ ຢ້ຽມຢາມ ສປປ ລາວ
2017-03-14 16:20:31  cri 
ຂປລ. ທ່ານ ນາງ ເຮເລນ ຄລາກ (Helen Clark) ຜູ້ອໍານວຍການໃຫ່ຍຂອງອົງການ ສະຫະປະຊາຊາດ ເພື່ອການພັດທະນາ, ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ແຕ່ວັນທີ 12-13 ມີນາ 2017 ​ເຊິ່ງໃນວັນທີ 13 ມີນາ 2017, ທ່ານ ນາງ ເຮເລນ ຄລາກ (Helen Clark) ພ້ອມດ້ວຍຄະນະ ເຂົ້າຢ້ຽມຂໍ່ານັບ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ​ແລະ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ.

ການພົບປະຂອງ ທ່ານ ນາງ Helen Clark ກັບ ການນໍາຂັ້ນສູງຂອງ ສປປ ລາວ ໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດອັນດີ ​ໂດຍໄດ້ປຶກສາຫາລືກັນ ກ່ຽວກັບຂອບການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ ສປຊ ເພື່ອການພັດທະນາ ໂດຍສະເພາະ ການສະໜັບສະໜູນ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ເປົ້າໝາຍສະຫັດສະວັດ​ ເພື່ອ​ການ​ພັດທະນາ (MDGs) ຈົນເຖິງເປົ້າໝາຍການພັດທະນາແບບຍືນຍົງ (SDGs) ໂດຍຜ່ານການຈັດຕັ້ງປະຕິບັດ ແຜນງານໂຄງການ ແລະ ກິດຈະກຳຕ່າງໆ ​ຕະຫລອດໄລຍະຜ່ານມາ.

ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ,  ທ່ານປະທານສະພາແຫ່ງຊາດ ແລະ ທ່ານ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕີລາຄາສູງ ຕໍ່ການມາຢ້ຽມຢາມ ຂອງທ່ານ ນາງ ເຮເລນ ຄລາກ ຄັ້ງນີ້, ເຊິ່ງເປັນຄັ້ງທີ 3 ໃນຖານະເປັນ ຜູ້ອຳນວຍການໃຫຍ່ອົງການ ສປຊ ເພື່ອການພັດທະນາ, ເຊິ່ງເປັນການຢັ້ງຢືນເຖິງ ຄວາມເອົາໃຈໃສ່ ແລະ ການໃຫ້ຄວາມສຳຄັນ ຕໍ່ກັບການຮ່ວມມື ລະຫວ່າງ ອົງການ ສປຊ ແລະ ສປປ ລາວ ຕະຫລອດໄລຍະທີ່ຜ່ານມາ. ພ້ອມກັນນັ້ນ, ການນຳຂັ້ນສູງຂອງ ສປປ ລາວ ຍັງໄດ້ສະແດງ ຄວາມຂອບໃຈຢ່າງຈິງໃຈ ຕໍ່ອົງການ ສປຊ ເພື່ອການພັດທະນາ ທີ່ໄດ້ໃຫ້ການ ສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ຜ່ານບັນດາແຜນງານ ແລະ ໂຄງການຕ່າງໆ ໂດຍມີມູນຄ່າປະມານ 100 ລ້ານໂດລາສະຫະລັດ ສຳລັບແຜນງານ ສົກປີ 2011-2016 ແລະ ສໍາລັບ ສົກປີ 2017-2021 ງົບປະມານທີ່ຄາດຄະເນໄວ້ ມີປະມານ 103 ລ້ານໂດລາສະຫະລັດ, ອັນຈະເປັນ ການປະກອບສ່ວນທີ່ສໍາຄັນ ໃນການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII, ລວມທັງການແກ້ໄຂ ຄວາມທຸກຍາກ, ຂະບວນການ ກອງປະຊຸມໂຕະມົນ, ວຽກງານເກັບກູ້ລະເບີດ, ການປັບປຸງບູລະນະ ການປົກຄອງ ແລະ ອື່ນໆ. ພ້ອມກັນນັ້ນ,​  ການນຳຂັ້ນສູງເຮົາ ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດ ໃນການປະຕິບັດໜ້າທີ່ຂອງທ່ານ ນາງ ເຮເລນ ຄລາກ ທີ່​ຈະ​ສິ້ນ​ສຸດ​ໜ້າ​ທີ່​ ເປັນຜູ້ອໍານວຍການໃຫ່ຍ ຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ ​ພາຍໃນ​ເດືອນ​ເມສາ​ ທີ່​ຈະ​ມາ​ເຖິງນີ້.

ທ່ານ ນາງ ເຮເລນ ຄລາກ ໄດ້ສະແດງຄວາມ ຂອບອົກຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດ ແລະ ຄວາມຄືບໜ້າ ໃນຫລາຍດ້ານຂອງລັດຖະບານລາວ ໃນການພັດທະນາປະເທດ ກໍ່ຄືການປະຕິບັດເປົ້າໝາຍ ການພັດທະນາຂອງສາກົນ ໂດຍສະເພາະ ການເຊື່ອມສານເປົ້າໝາຍ ການພັດທະນາແບບຍືນຍົງ ເຂົ້າໃນແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII, ການໃຫ້ສັດຕະຍາບັນແກ່ສັນຍາປາຣີ ວ່າດ້ວຍການປ່ຽນແປງດິນຟ້າອາກາດ​, ເຊິ່ງເປັນແບບຢ່າງ ໃຫ້ແກ່ຫລາຍປະເທດ.

ອີງໃສ່ຜົນສຳເລັດທີ່ຍາດມາໄດ້,​ ທ່ານ ນາງ ເຮເລນ ຄລາກ ໄດ້ສະແດງຄວາມ ເຊື່ອຫມັ້ນວ່າ ສປປ ລາວ ຈະສາມາດບັນລຸເປົ້າໝາຍ ການນຳພາປະເທດ ໃຫ້ຫລຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ໄດ້ໃນຕໍ່ໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ