ຣັດ​ເຊຍ​ຈະ​ທຳລາຍ​ອາວຸດ​ເຄມີ​ໃຫ້​ໝົດ​ກ່ອນ​ທ້າຍ​ປີ​ນີ້
2017-03-14 16:51:34  cri 
ຕາມ​ຂ່າວສານ​ຊິນ​ຮວາ:ທ່ານ​ມິ​ຄາ​ອິນ ບາ​ບິ​ກ ປະທານ​ຄະນະ​ກຳມະການ​ຫຼຸດອາວຸດ​ເຄມີຣັດ​ເຊຍ​ກ່າວ​ໃນ​ວັນ​ທີ 13 ມີນາ​ນີ້​ວ່າ,ວຽກ​ງານ​ທຳລາຍ​ອາວຸດ​ເຄມີ​ຂອງ​ປະ​ເທດ​ຕົນ​ໄດ້​ເຂົ້າ​ສູ່​ໄລຍະ​ສຸດ​ທ້າຍ​ແລ້ວ​ແລະ​ຄາດ​ວ່າ​ຈະ​ສຳ​ເລັດ​​ກ່ອນ​ທ້າຍ​ປີ​ນີ້.
ທ່ານ​ກ່າວ​ວ່າ,ວຽກ​ງານ​ທຳລາຍ​ອາວຸດ​ເຄມີ​ຂອງ​ປະ​ເທດ​ຕົນ​ໄດ້​​ໃຊ້​ຈ່າຍ​ງົບປະມານ 330 ຕື້​ລຸບຫຼືປະມານ 5 ຕື້ 600 ລ້ານ​ໂດ​ລາ​ສະຫະລັດ​ເຂົ້າ​ໃນ​ການ​ທຳລາຍ​ອາວຸດ​ເຄມີ​ແລະ​ໄດ້​ສ້າງ​ໂຮງຮຽນ,​ໂຮງໝໍ​ແລະ​ພື້ນຖານ​ໂຄງ​ລ່າງ​ອື່ນໆ​ຢູ່​ສະຖານ​ທີ່​ຕັ້ງອາວຸດ​ເຄມີ​ທັງ​ໄດ້​ສັບ​ຊ້ອນ​ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ.ປັດຈຸບັນ​ຄະນະ​ກຳມະການ​ຕົນ​ພວມ​ເລັ່ງຄົ້ນຄວ້າ​ວ່າຈະ​ຫຼຸດຜົນ​ກະ​ທົບ​ຈາກ​ການ​ທຳລາຍ​ອາວຸດ​ເຄມີ​ແນວ​ໃດ​ແລະ​ຈະ​ນຳໃຊ້​ສິ່ງ​ກໍ່ສ້າງ​ກ່ຽວຂ້ອງ​ຫຼັງທຳລາຍ​ອາວຸດ​ເຄມີ​ນັ້ນ​ເຂົ້າ​ໃນ​ການ​ຜະລິດ​ເສດຖະກິດ​ແນວ​ໃດ.
ທັງ​ນີ້ ສຳນັກ​ຂ່າວສາ​ນຣັດ​ເຊຍ​ວັນ​ນີ້​ລາຍ​ງານ​ວ່າ,ການ​ທຳລາຍ​ອາວຸດ​ເຄມີ​ຕົ້ນຕໍ​ໄດ້​ດຳ​ເນີນ​ລະຫວ່າງ​ປີ 2015 ​ໂດຍໄດ້​ທຳລາຍ​ສາງ​ອາວຸດ​ເຄມີ​ຕົ້ນຕໍ 4 ​ແຫ່ງ​ພາຍ​ໃນ​ໜຶ່ງ​ປີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ