ຈີນ​ແກ້​ຂ່າວ​​ໃນ​ກໍລະນີ​ທີ່​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ TPP
2017-03-14 17:02:02  cri 
ຕາມ​ຂ່າວ​ຈາກ CRI:ທ່ານ​ນາງ​ຮວ້າ​ຊຸ່ນ​ຢິງ ​ໂຄສົກ​ກະຊວງການ​ຕ່າງປະ​ເທດຈີນ​ກ່າວ​ຢູ່​ນະຄອນຫຼວງປັກ​ກິ່ງ​​ເມື່ອ​ວັນ​ທີ 13 ມີນາ​ນີ້​ວ່າ,ທ່ານ​ຢິ່ນ​ເຫິງ​ໝິນ ​ຜູ້ຕາງໜ້າ​ພິ​ເສດ​ວຽກ​ງານ​ອາ​ເມ​ລິ​ກາ​ລາ​ຕິນຂອງ​ລັດຖະບານ​ຈີນ​ຈະ​ນຳພາ​ຄະນະ​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສົນທະນາ​ຂັ້ນ​ສູງ​ການ​ເຊື່ອມ​ໂຍງ​ເສດຖະກິດ​ພາກ​ພື້ນ​ອາຊີ​ປາ​ຊິ​ຟິກ.​ແຕ່​ຂະນະ​ດຽວ​ກັນ,ທ່ານ​​ໄດ້​ເນັ້ນ​ວ່າ​ກອງ​ປະຊຸມ​ເທື່ອນີ້​ບໍ່​ແມ່ນ​ກອງ​ປະຊຸມ TPP ຕາມ​ທີ່​ບາງ​ສື່​ລາຍ​ງານ.
ກ່ອນ​ໜ້າ​ນີ້​ມີ​ສື່​ລາຍ​ງານ​ວ່າ,ຈີນ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະມາຊິກ TPP ທີ່​ຈັດ​ຂຶ້ນ​ຢູ່​ຈີ​ເລ​ທັງ​ໄດ້​ວິ​ເຄາະ​ວ່າ​ນີ້​ແມ່ນ​ສັນຍານ​ໜຶ່ງ​ທີ່​ຈີນ​ຈະ​ເຂົ້າ​ຮ່ວມ TPP ຫຼືບໍ່.
ທ່ານ​ນາງ​ຮວ້າຊຸ່ນ​ຢິງກ່າວ​ວ່າ,​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ເນັ້ນ​ຈຸດ​ຢືນ​ຂອງ​ປະ​ເທດ​ຕົນ​ກ່ຽວ​ກັບ​ບັນຫາ TPP ມາ​ຫຼາຍ​ເທື່ອ​ແລ້ວ​ແລະ​ຊີ້​ວ່າ​ຈີນ​ມີ​ທ່າ​ທີ​ຕັ້ງໜ້າ​ແລະ​ເປີດ​ປະຕູ​ໃນ​ດ້ານ​ຫຼັກການ​ຕໍ່​ການຈັດ​ສັນທາ​ງການ​ຄ້າ​ທີ່​ມີ​ຜົນ​ດີ​ຕໍ່​ການ​ຊຸກຍູ້​ການ​ເຊື່ອມ​ໂຍງ​ເສດຖະກິດ​ອາຊີ​ປາ​ຊິ​ຟິກ​ແລະ​ຊຸກຍູ້​ເສ​ລີ​ພາບ​ແລະ​ຄວາມ​ສະດວກ​ຂອງ​ການ​ຄ້າ​ແລະ​ການ​ລົງທຶນ​ຂອງ​ພາກ​ພື້ນ.ຂະນະ​ດຽວ​ກັນ,ຈີນ​ກໍ່​ເຫັນ​ວ່າການ​ຈັດ​ສັນ​ທາງ​ການ​ຄ້າ​ຢ່າງ​ເສລີ​ທີ່​ກ່ຽວຂ້ອງ​ຄວນຊ່ວຍ​ຊູ​ຍູ້​ໜູນ​ກັນຫາ​ກ ບໍ່ຄວນ​ເອົາ​ການຈັດ​ສັນທາ​ງ​ເສດຖະກິດ​ການ​ຄ້າ​ຫັນມາ​ເປັນບັນຫາ​ການ​ເມືອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ