ຈີນ​ຈະ​ຊ່ວຍ​ຟິລິບ​ປິນສ້າງ​ສູນ​ບຳບັດ​ຢາ​ເສບ​ຕິດ
2017-03-14 17:07:53  cri 
ຕາມ​ຂ່າວສານ​ຈີນ:ວັນ​ທີ 13 ມີນາ​ນີ້ຢູ່​ກະຊວງ​ສາທາລະນະ​ສຸກ​ຟິລິ​ບປິນ,ທ່ານ​ຈິນຢວນ ທີ່​ປຶກສາ​ທາງ​ການ​ຄ້າ​ສະຖານທູດ​ຈີນ​ປະຈຳ​ຟິລິບ​ປິນ​ແລະ​ຜູ້​ຊ່ວຍ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ​ຟິລິບ​ປິນ​ໄດ້​ເຊັນ​ບົດ​ບັນທຶກ​​ກ່ຽວ​ກັບ​ການ​ເຈລະຈາ​ການ​ສຶກສາຄວາມ​ອາດ​ເປັນ​ໄປ​ໄດ້​​ໃນ​ການ​ທີ່​ຈີນ​ຈະຊ່ວຍ​ສ້າງ​ສູນ​ບຳບັດ​ຢາ​ເສບ​ຕິດ​ໃຫ້​​ແກ່​ຟິລິບ​ປິນ.
ທ່ານ​ຈິນ​ຢວນກ່າວ​ວ່າ,ການ​ເຊັນ​ບົດ​ບັນທຶກ​ດັ່ງກ່າວ​ເປັນ​ການສະ​ແດງ​ໃຫ້​ເຫັນ​ເຖິງ​ຜົນ​ການ​ຮ່ວມ​ມື​ຈີນ-ຟິລິບ​ປິນ​ແລະ​ຫວັງ​ວ່າ​ສອງ​ຝ່າຍ​ຈະ​ສືບ​ຕໍ່​ຮ່ວມ​ມື​ກັນ​ເຮັດ​ໃຫ້​ໂຄງການ​​ໄດ້​ຮັບ​ການ​ລົງມື​ກໍ່ສ້າງ​ພາຍ​ໃນ​ປີ​ນີ້.
ທັງ​ນີ້,ຈີນ​ຈະ​ສ້າງ​ສູນ​ປິ່ນປົວ​ບຳບັດ​ຢາ​ເສບຕິດແລະ​ຟື້ນຟູ​ສຸຂະພາບຢູ່​ແຂວງ​ອາ​ກຸ​ຊັນ​ໃຕ້​ແລະ​ແຂວງ​ຊາຣານກາ​ນີ​ເ​ທິງ​ເກາະ​ມິນ​ດາ​ນາວພາກ​ໃຕ້​ປະ​ເທດ​ດັ່ງກ່າວ​ແລະ​ຟິລິບ​ປິນ​ໄດ້​ສະໜອງ​ແຜນການ​ກໍ່ສ້າງ​ທີ່​ກ່ຽວຂ້ອງ​ເພື່ອ​ສຶກສາ​ຄົ້ນຄວ້າ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ