​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ 14 ​ຈະ​ເນັ້ນ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ
2017-03-14 10:45:03  cri 
ຕາມ​ຂ່າວສານ​ຈີນ: ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນທີ່ຈັດ​ຂຶ້ນ​ຢູ່​ເມືອງ​ໜານ​ໜິງຈີນ​ໃນ​ວັນ​ທີ 13 ມີນາ​ນີ້ ​​ໄດ້​ເປັນ​ເອກະ​ພາບ​ຈະ​ຈັດງານ​ວາງສະ​ແດງ​ສິນຄ້າ​ຈີນ​-ອາ​ຊຽນຄັ້ງ​ທີ 14 ​ຢູ່​ເມືອງ​ໜານ​ໜິງລະຫວ່າງ​ວັນ​ທີ 12 ຫາ 15 ກັນຍາ​ປີ​ນີ້ ​ແລະປີ​ນີ້​ເນັ້ນ​ຫົວ​ຂໍ້ "ຮ່ວມ​ກັນ​ສ້າງ​ເສັ້ນທາງ​ສາຍ​​ໄໝ​ເທິງ​ທະ​ເລ​ໃນ​ສະຕະວັດ​ທີ 21 ​ແລະ​ຊຸກຍູ້​ເສດຖະກິດ​ພາກ​ພື້ນ​ເຊື່ອມ​ໂຍງ​ເຂົ້າກັນ​ດ້ວຍ​ການທ່ອງທ່ຽວ", ຂະນະ​ທີ່ປະ​ເທດ​ກິດ​ຕິ​ມະ​ສັກ​ປີ​ໃຫ້​ແກ່ບຣູ​ໄນ.

ທ່ານ​ວາງ​​ໄລ ​ເລຂາທິການ​ໃຫຍ່​ສຳນັກ​ເລຂາ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນກ່າວ​ໃນ​ມື້​ດຽວ​ກັນ​ວ່າ, ​ເນື່ອງ​ຈາກປີ 2017 ​​ເປັນ​ປີ​ທ່ອງ​ທ່ຽວ​ຈີນ-ອາຊຽນ, ຈິ່ງຖື​ໂອກາດຈັດງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ 14 ​ແລະຈະ​ເນັ້ນ​ການ​ຮ່ວມ​ມືການ​ຄ້າ, ການ​ລົງທຶນ ​ແລະ​ການທ່ອງທ່ຽວ, ຊຸກຍູ້​ການ​ສ້າງ​ແລະ​ຍົກ​ລະດັບ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ​ໃຫ້​ສູງ​ຂຶ້ນ.

ທ່ານ​ວາງ​ໄລ​ຍັງ​ກ່າວຕື່ມ​ວ່າ, ​ເພື່ອ​ເນັ້ນ​ການ​ຮ່ວມ​ມື​ທາງ​ເສດຖະກິດ​ການ​ຄ້າ​ສາກົນ, ງານ​ວາງສະ​ແດງ​ຈະ​ປ່ຽນ​ຊື່ "ກົນ​ໄກ​ປະ​ເທດ​ຮັບ​ເຊີນ​ພິ​ເສດ" ​ເປັນ "ກົນ​ໄກ​ຄູ່​ຮ່ວມ​ມື​ຮັບ​ເຊີນ​ພິ​ເສດ" ທັງຈະ​​ເຊີນ​ປະ​ເທດ​ຢູ່​ໃນ​ຂົງ​ເຂດ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ມາ​ເປັນ​ຄູ່​ຮ່ວມ​ມື​ຮັບ​ເຊີນ​ພິ​ເສດ​ຂອງ​ງານ​ວາງສະ​ແດງ​​ໃນປີ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ