ອາ​ເມ​ລິ​ກາສະ​ແຫວ​ງຫາການສ້າງ "ສາຍ​ພົວພັນ​ຢ່າງ​ສ້າງສັນ​ໂດຍ​ເນັ້ນຜົນປະ​ໂຫຍ​ດ"ກັບ​ຈີນ
2017-03-14 15:19:55  cri 
ຕາມ​ຂ່າວສານ​ຊິນ​ຮວາ: ທ່ານ​ນາງ​ຊູ​ຊັນ ທອນ​ຕັນ ວ່າ​ທີ​ຜູ້​ຊ່ວຍ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ໃນ​ວັນ​ທີ 13 ມີນາ​ນີ້​ວ່າ, ອາ​ເມ​ລິ​ກາສະ​ແຫວ​ງຫາການສ້າງ "ສາຍ​ພົວພັນ​ຢ່າງ​ສ້າງສັນ​ໂດຍ​ເນັ້ນຜົນປະ​ໂຫຍ​ດ" ກັບ​ຈີນ.

​ທ່ານ​ນາງ​ທອນ​ຕັນ​ກ່າວໃນ​ພິທີ​ຖະ​ແຫຼ​ງຂ່າວທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ​ວ່າ, ທ່ານ​ເຣກສ໌ ຕີ​ເລີ​ຊັນ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ທີ່​ຈະ​ເດີນທາງ​ຢ້ຽມຢາມ​ຈີນ ຈະ​ເຈລະຈາ​ກັບ​ຜູ້​ແທນ​ຈີນ​ກ່ຽວ​ກັບ​ສິ່ງ​ທ້າ​ທາຍ ​ແລະ​ໂອ​ກາດ​ການ​ຮ່ວມ​ມື ​ເຊິ່ງຈຸດ​ສຸມ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້​ແມ່ນ​ສະ​ແຫວ​ງຫາ​ການສ້າງ "ສາຍ​ພົວພັນ​ຢ່າງ​ສ້າງສັນ​ໂດຍ​ເນັ້ນຜົນປະ​ໂຫຍ​ດ" ລະຫວ່າງ​ສອງ​ປະ​ເທດ​ອາ​ເມ​ລິ​ກາ​ກັບ​ຈີນ.

​ໃນ​ຖະ​ແຫຼ​ງການ​ສະບັບ​ໜຶ່ງ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ທີ່​ເປີດ​ເຜີຍ​ຫວ່າງ​ແລ້ວ​ນີ້​ລະບຸວ່າ, ທ່ານ​ຕີ​ເລີ​ຊັນ​ຈະ​ເດີນທາງຢ້ຽມຢາມ​ຍີ່ປຸ່ນ​ໃນ​ວັນ​ທີ 15 ມີນາ, ​ຢ້ຽມຢາມ ສ.​​ເກົາຫຼີ​ໃນ​ວັນ​ທີ 17 ​ແລະ​ຢ້ຽມຢາມ​ຈີນ​​ໃນວັນ​ທີ 18 ມີນາ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ