ຈີນ​​ຢ້ຳ​ບັນຫາ​ແຫຼມ​ເກົາຫຼີ​ຄວນ​ຍຶດໝັ້ນ​ຂໍ້​ສະ​ເໜີ​ "ສອງ​ຝ່າຍ​ຕ້ອງ​ຢຸດ​ເຊົາ"
2017-03-14 15:22:58  cri 
ຕາມ​ຂ່າວCRI: ຕໍ່​ກໍລະນີ​ທີ່ສ.​ເກົາ​ຫຼີ ​ແລະ​ອາ​ເມ​ລິ​ກາ​ໄດ້​​ຊ້ອມ​ຮົບ​ຮ່ວມ​ໃນ​ລະຫັດ "ຄວາມ​ຕັດສິນ​ໃຈ​ສຳຄັນ" ​ໃນ​ວັນ​ທີ 13 ມີນາ​ນີ້, ທ່ານ​ນາງ​ຮວາ​ຊຸນ​ຢິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ທີ່​ນະຄອນຫຼວງ​ປັກ​ກິ່ງໃນ​ມື້​ດຽວ​ກັນ​​ວ່າ, ປັດຈຸບັນ, ສະຖານະ​ການ​ແຫຼ​ມ​ເກົາຫຼີ​ອ່ອນ​ໄຫວ​​ແລະ​ສັບສົນ​ຫຼາຍ, ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຄວນ​ເຮັດ​ເລື່ອງ​ທີ່​​ເປັນ​ຜົນ​ດີ​ຊ່ວຍ​​ຊຸກຍູ້​ໃຫ້​ສະຖານະ​ການຜ່ອນຄາຍ​ລົງ ​ແລະ​ປົກ​ປັກ​ຮັກສາ​ສັນຕິພາບ​ກໍ​ຄືສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ. ທ່ານໄດ້​ກ່າວ​ຢ້ຳຄວາມ​ຄິດ​​ໃນ​ການ​ແກ້​ໄຂ​ບັນຫາ​ແຫຼມ​ເກົາຫຼີຂອງ​ຈີນ ຄື ​ໃຫ້​​ແຫຼມ​ເກົາຫຼີ​ປອດ​ນິວ​ເຄຼຍ ​ແລະ​ຢຸດການ​ກະທຳ​ທີ່​ບໍ່​ມີ​ຜົນ​ດີ​ແລ້ວ​ເລີ່​ມ​ເຂົ້າ​ສູ່ການ​ເຈລະຈາ​ສັນຕິພາບ ​ແລະ​ຂໍ້​ສະ​ເໜີ​"ສອງ​ຝ່າຍ​ຕ້ອງ​ຢຸດ​ເຊົາ" ທີ່​ໃຫ້​ ສປປ​ ​ເກົາຫຼີ​ຢຸດການ​ທົດ​ລອງ​ອາວຸດ​ນິວ​ເຄຼຍ, ຂະນະ​ທີ່ອາ​ເມ​ລິ​ກາ ​ແລະ​ ສ.​ເກົາຫຼີກໍ​ຕ້ອງ​ຢຸດການ​ຊ້ອມ​ຮົບ​ຮ່ວມ​ຂະໜາດ​ໃຫຍ່.

​ທ່ານ​ນາງ​ຮວາ​ຊຸນ​ຢິງກ່າວໃນ​ພິທີ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 13 ມີນາ​ນີ້ວ່າ, ຫວັງ​ໃຫ້​ບັນດາ​ຝ່າຍ​ທີ່ກ່ຽວຂ້ອງ​ຄວນ​ພິຈາລະນາ​ແລະ​ຄົ້ນຄວ້າ​ຂໍ້​ສະ​ເໜີ​ຂອງ​ຈີນ​ຢ່າງ​ຈິງ​ຈັງ ​ໂດຍ​ພິຈາລະນາ​ເຖິງການ​ປົກ​ປັກ​ຮັກສາ​ສັນຕິ​ພາບ​ແລະ​ສະຖຽນ​ລະ​ພາບຂອງ​ແຫຼມ​ເກົາຫຼີ ​ແລະ​ເຮັດ​ໃຫ້​ແຫຼມ​ເກົາຫຼີ​ປອດ​ນິວ​ເຄຼຍ ​ແລະ​​ໃຫ້​ການ​ຕອບ​ຮັບ​ຢ່າງ​ສ້າງສັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ