ສະພາ​ປະຊາຊົນ​ແ​ຫ່ງຊາດ​ຈີນ​​ຮັບຮອງ​ບົດ​ບັນຍັດ​ທົ່ວ​ໄປ​ຂອງ​ກົດໝາຍ​ແພ່ງ
2017-03-15 10:53:05  cri 
ວັນ​ທີ 15 ມີນາ​ນີ້, ບັນດາ​ຜູ້​ແທນ​ສະພາ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ​ທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ປະຈຳ​ປີ​ເຊິ່ງ​ເປັນ​ປີ​ສຸດ​ທ້າຍ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຊຸດ​ທີ 12 ​ໄດ້​ລົງ​ຄະ​ແນນ​ສຽງຮັບຮອງ​ເອົາ​ບົດ​ບັນຍັດ​ທົ່ວ​ໄປ​ຂອງ​ກົດໝາຍ​ແພ່ງດ້ວຍ​ສຽງ​ເຫັນ​ດີ​ຫຼາຍ​ທີ່​ສຸດ ​ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ຈີນ​ປະສົບ​ຜົນສຳ​ເລັດ​ໃນ​ການ​ສ້າງພາກ​ທີ​ໜຶ່ງ​ຂອງປະມວນ​ກົດໝາຍ​ແພ່ງ ​ແລະ​ເປັນ​ຜົນງານ​ໃນ​ປະຫວັດສາດ​ຂອງກົດໝາຍຈີນ ຂະນະ​ດຽວ​ກັນ​ກໍ​ສະ​ແດງ​ໃຫ້​ເຫັນ​ວ່າ:​ຄົນ​ຈີນ​​ໄດ້​ຫຍັບ​ມໍ່​ເຂົ້າ​ໃກ້​ກັບ​ຍຸກ​ປະມວນ​ກົດໝາຍ​ແພ່ງ​ອີກ​ກ້າວ​ໜຶ່ງ.

ຜູ້​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຈຳນວນ 2838 ທ່ານ​ທີ່ເຂົ້າ​ຮ່ວມ​ພິທີ​ປິດກອງ​ປະຊຸມ​ເທື່ອ​ທີ 5 ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຊຸດ​ທີ 12 ​ໃນ​ຕອນ​ເຊົ້າ​ວັນ​ທີ 15 ມີ​ນາ​ນີ້ ​​ໄດ້​ລົງ​ຄະ​ແນນ​ສຽງ​ຕໍ່​ບົດ​ບັນຍັດ​ທົ່ວ​ໄ​ປຂອງ​ກົດໝາຍ​ແພ່ງ​ໂດຍ2782 ທ່ານປ່ອນ​ບັດ​ເຫັນ​ດີ, 30 ທ່ານຄັດຄ້ານ ​ແລະ21 ທ່ານ​ບໍ່​ອອກສຽງ.

ຕາມ​ແຜນ​ງານ​ສ້າງ​ປະມວນ​ກົດໝາຍ​ແພ່ງ​ຈີນ​​ໄດ້​ແບ່ງອອກ​ເປັນ​ "ສອງ​ບາດກ້າວ"​ແລະຫຼັງສຳເລັດການຮຽບຮຽງບົດບັນຍັດທົ່ວໄປ​ແລ້ວ​ກໍຈະລົງມືຮຽບຮຽງພາກອື່ນໆຂອງກົດໝາຍດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ