ອັດ​ກອງ​ປະຊຸມ​ເທື່ອ​ທີ 5 ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12
2017-03-15 11:01:51  cri 
ທ່ານ​ຈ່າງ​ເຕີ​ຈ່ຽງ ປະທານ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​​​ໄດ້ເປັນ​ປະທານ​ພິທີ​ປິດ​ກອງ​ປະຊຸມ​​ເທື່ອ​ທີ 5 ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12 ຢູ່​ຫໍ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ນະຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 15 ມີນາ​ນີ້.

ທີ່​ປະຊຸມ​ໄດ້​ລົງ​ຄະ​ແນນ​ສຽງ​ຮັບຮອງ​ເອົາຮ່າງ​ມະຕິ 6 ສະບັບ​ຄື ​ບົດ​ລາຍ​ງານ​ວຽກງານ​ລັດຖະບານ,ສະພາບ​ການ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ 2016 ​ແລະ​ແຜນ​ພັດທະນາ​ເສດຖະກິດ​-ສັງຄົມ2017, ສະພາບ​ການ​ປະຕິບັດ​ງົບປະມານ​ສູນ​ກາງ​ແລະ​ທ້ອງ​ຖິ່ນ2016​​ແລະ​ແຜນ​ງົບປະມານ​ສູນ​ກາງ​ແລະ​ທ້ອງ​ຖິ່ນ 2017, ບົດ​ລາຍ​ງານ​ວຽກ​ງານ​ຂອງ​ຄະນະ​ກຳມະການປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ, ບົດ​ລາຍ​ງານ​ວຽກ​ງານ​ຂອງ​ສານ​ປະຊາຊົນ​ສູງ​ສຸດ​ແລະບົດ​ລາຍ​ງານ​ວຽກ​ງານ​ຂອງ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ທັງ​ໄດ້​ລົງ​ຄະ​ແນນ​ສຽງ​ຮັບຮອງ​ເອົາ​ຮ່າງ​ບົດ​ບັນຍັດ​ທົ່ວ​ໄປ​ຂອງ​ກົດໝາຍ​ແພ່ງ​ສາທາລະນະ​ລັດ​ປະຊາຊົນ​ຈີນ​ແລະ​ອື່ນໆ.

ໝາກຜົນ​ຂອງ​ກອງ​ປະຊຸມ​ໄດ້ສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັມ​ສ່ວນ​​ເຖິງ​ຄວາມ​​ເປັນ​ເອກະ​ພາບ​ລະຫວ່າງ​ຈຸດ​ຢືນ​ຂອງ​ພັກ​ແລະຈຸດປະສົງຂອງ​ປະຊາຊົນ ທັງ​ໄດ້ສ່ອງ​ແສງ​ໃຫ້​ເຫັນ​ຢ່າງ​ເຕັມ​ສ່ວນ​ເຖິງ​ຄວາມ​ມຸ່ງ​ມາດ​ປາຖະໜາ​ຮ່ວມ​ຂອງ​ປະຊາຊົນ​ບັນດາ​ເຜົ່າ​ທັງ​ຊາດອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ