ວັດ​ສວນ​ຄົ່ງ
2017-03-15 16:23:39  cri 

ວັດ​ສວນ​ຄົ່ງຫຼື​ ​ພາສາ​ລາວ​​ເອີ້ນວ່າ ວັດ​ລອຍ​ຟ້າ ຕັ້ງ​ຢູ່​ເມືອງ​ຫຸນ​ຢວນ ​ແຂວງ​ຊ່ານ​ຊີ່ ສປ ຈີນ ​ຫ່າງ​ຈາກ​ເມືອງ​ຕ້າ​ຖົງ 65 ກິ​ໂລ​ແມັດ ​ແລະ​ວັດ​ດັ່ງກ່າວ​ຕັ້ງ​ຢູ່ໜ້າຜາ​ພູ​ຊຸ້ຍຜິ​ງ ທາງທິດຕາ​ເວັນ​ຕົກ​ຂອງ​ຮ່ອມຈິ່ນລົງ​ພູ​ເຫີ​ງຊ່ານ, ​ເປັນ​ວັດ​ທີ່ປະສົມ​ປະສານຄວາມ​ເປັນເອກະລັກ​ທັງ​ສາ​ສະໜາພຸດ,ສາສະໜາ​ເຕົາ​ແລະ​ລັດທິ​ຂົງຈື້​ລວມເປັນໜຶ່ງ​ດຽວ​​ແລະ​ກໍ​ເປັນແຫ່ງ​ດຽວ​ຂອງ​ຈີນ. ວັດ​ສວນ​ຄົ່ງ​ເລີ່​ມສ້າງ​ຂຶ້ນ​ໃນ​​​ໄລຍະ​ທ້າຍ​ລາຊະວົງ​ເວີ້ຍ​ເໜືອ​ ​ກ່ອນ​ໜ້າ​ນີ້ 1400 ກວ່າ​ປີ ​ແລະ​ດ້ວຍ​ຄວາມ​ເຫຼື້ອມ​ໃສ​ສັດທາ,ທຸກ​ລາຊະວົງ​ລ້ວນ​ແຕ່​ໄດ້​ເອົາ​ໃຈ​ໃສ່ປະຕິ​ສັງ​ຂອ​ນວັດນີ້.


1 2 3 4
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ