ໄທ​ຍັງ​ມີກວ່າ 7 ລ້ານຄົນ​ທຸກ​ຍາກ
2017-03-15 15:06:12  cri 

ສື່​ມວນ​ຊົນ​ໄທ​ລາຍ​ງານ​ວ່າ ບົດ​ລາຍ​ງານ​ສະ​ບັບຫຼ້າສຸດ​ຂອງ​ທະນາຄານ​ໂລກ​ລະບຸ​ວ່າ, ປັດຈຸບັນຢູ່​ປະ​ເທດ​ຕົນຍັງ​ມີ 7 ລ້ານ 1 ​ແສນ​ຄົນ​ດຳລົງ​ຊີວິດ​ຢູ່​ໃຕ້​ເສັ້ນທຸກ​ຍາກ ​ໂດຍ​ລາຍ​ຮັບ​ສະ​ເລ່ຍຕໍ່​ຄົນຕໍ່​ມື້ບໍ່​ເຖິງ 6,2 ​ໂດ​ລາ​ສະຫະລັດ ຫຼື 218 ບາດ ​ໂດຍຕ່ຳ​ກວ່າ 300 ບາດ​ຕໍ່​ມື້ ​ເຊິ່ງ​ເປັນ​ມາດຕະຖານ​ສະ​ເລ່ຍຕ່ຳ​ສຸດທົ່ວ​ປະ​ເທດ​ທີ່​ລັດຖະບານ​ປະກາດ​ໃນຕົ້ນປີ​ນີ້. ຂະນະ​ທີ່​ປະຊາກອນ​ທີ່​ດຳ​ລົງ​ຊີວິດ​ຢູ່​ໃຕ້​ເສັ້ນທຸກ​ຍາກ​ສ່ວນຫຼາຍ​ໄດ້​​ກະຈາຍ​ຢູ່ພາກ​ຕາ​ເວັນອອກ​ສຽງ​ເໜືອ, ພາກ​ເໜືອ ​ແລະ 3 ​ແຂວງ​ພາກ​ໃຕ້.

ບົດ​ລາຍ​ງານ​ຍັງ​ຊີ້​ວ່າ, ​ເຖິງ​ວ່າມີອີກ 7 ລ້ານ​ຄົນ​ທີ່ດຳລົງ​ຊີວິດ​ສູງ​ກວ່າ​ເສັ້ນທຸກ​ຍາກ​ກວ່າ 20% ກໍ​ຕາມ, ​ແຕ່​ຊີວິດ​ການ​ເປັນ​ຢູ່​ຂອງພວກ​ເຂົາ​ກໍ​ມີ​ຄວາມ​ສ່ຽງ​ທີ່​ອາດ​ຈະຫຼຸດລົງ​ຮອດ​ໃຕ້​ເສັ້ນທຸກ​ຍາກ​ອີກ.

ຂະນະ​ດຽວ​ກັນ, ລາຄາ​ຜະລິດ​ຕະພັນ​ກະສິກຳ​ໃນ 2 ປີຜ່ານມາ​ກໍຕົກ​ຕ່ຳລົງ 13% ສົ່ງ​ຜົນ​ເຮັດ​ໃຫ້​ໄທ​ໝົດ​ຫວັງ​ທີ່​ຈະຫຼຸດ​ພົ້ນຈາກ​ຄວາມທຸກ​ຍາກ​ໃນ​ໄລຍະ​ສັ້ນ ​ແລະ​ຄາດ​ວ່າ​​ຈະ​ຕ້ອງ​ໃຊ້​ເວລາຢ່າງ​ໜ້ອຍ 6 ປີຈຶ່ງ​ສາມາດ​ຫຼຸດພົ້ນຈາກ​ຄວາມທຸກ​ຍາກ​​ໄດ້ຢ່າງ​ເດັດຂາດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ