ຮອງ​ນາຍົກ​ຈີນ​ຈະ​ຢ້ຽມຢາມ​ຟີ​ລິບ​ປິນ
2017-03-15 10:45:52  cri 
ຕາມ​ຂ່າວCRI: ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ໃຫ້​ຮູ້​ໃນ​ວັນ​ທີ 14 ມີນາ​ນີ້​ວ່າ: ທ່ານ ຫວ່າງ​ຢາງ ຮອງ​ນາຍົກລັດຖະມົນຕີຈີນຈະ​ຢ້ຽມຢາມ​ຟີ​ລິບ​ປິນຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 16 ຫາ​ວັນ​ທີ 19 ມີນາ​ນີ້ ​ແລະ ​​ໃນ​ໄລຍະ​ດັ່ງກ່າວ, ທ່ານຈະ​ພົບ​ປະ​ກັບ​ທ່ານ ​ໂຣດຣີ​ໂກ ດູ​ເຕີ​​ເຕ ປະທານາທິບໍດີ​ຟີ​ລິບ​ປິນ. ​ຂະນະ​ທີ່ໃນ​ມື້ດັ່ງກ່າວ, ທ່ານນາງ ຮວ້າຊຸ່ນຢີງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນກໍ​ກ່າວ​ໂດຍ​ເຊື່ອ​ວ່າການ​ຢ້ຽມຢາມ​ຄັ້ງ​ນີ້​ຈະ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ເພື່ອ​ສັນຕິພາບ​ແລະ​ການ​ພັດທະນາ​ລະຫວ່າງ​ຈີນ-ຟີ​ລິບ​ປິນ​ໃຫ້​ກ້າວ​ຂຶ້ນ​ສູ່ລະ​ດັບ​ໃໝ່​ຕື່ມ​ອີກ.

ຕາມ​ຂ່າວ​ແຈ້ງວ່າ, ​ໃນ​ໄລຍະ​ຢ້ຽມຢາມ​ຟີ​ລິບ​ປິນ, ທ່ານ ຫວ່າງ​ຢາງ ຈະ​ພົບ​ປະ​ກັບ​ທ່ານ ​ໂຣດຣີ​ໂກ ດູ​ເຕີ​ເຕ ປະທານາທິບໍດີຟີລິບປິນ ​ແລະຮ່ວມກອງ​ປະຊຸມ​ກັບ​ຄະນະບໍລິຫານ​ງານເສດຖະກິດ​ຂອງ​ລັດຖະບານ​ຟີ​ລິບ​ປິນ ພ້ອມ​ທັງ​ເຂົ້າ​ຮ່ວມ​ພິທີ​ໄຂ "ປີ​ແຫ່ງ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ລະຫວ່າງ​ຈີນ-ອາ​ຊຽນ" ​ແລະ ​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ເສດຖະກິດ​ການ​ຄ້າ​ຈີນ-ຟີ​ລິບ​ປິນ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ