ປັບປຸງກົນໄກການປະສານງານ ແລະ ການຈັດຕັ້ງ ປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ ຂອງລາວ
2017-03-15 16:39:19  cri 
ຂປລ.ໃນ​ວັນ​ທີ 14 ມີນາ 2017 ທີ່ນະຄອນຫລວງ​ວຽງ​ຈັນ, ໄດ້ຈັດກອງປະຊຸມ ​ປະສານ​ງານ​ເພື່ອ​ການ​ຈັດ​ຕັ້ງ​ປະຕິບັດ ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ, ໂດຍການເປັນທານຂອງທ່ານ ອາ​ນຸພາບ ວົງ​ໜໍ່​ແກ້ວ, ຫົວໜ້າ​ກົມອົງການ​ຈັດ​ຕັ້ງ​ສາກົນ, ທັງ​​​ເປັນ​ຫົວໜ້າ​ກອງ​ເລຂາ​ ຄະນະ​ຊີ້​ນຳ​ລະດັບ​ຊາດ ເພື່ອ​ການ​ຈັດ​ຕັ້ງ​ປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງ, ມີທ່ານ ນາງ ພອນ​ວັນ ອຸ​ທະ​ວົງ ຫົວໜ້າ​ກົມ​ແຜນການ ກະຊວງ​ແຜນການ ​ແລະ ການ​ລົງ​ທຶນ ​ແລະຫົວໜ້າ​ຫ້ອງການສູນ​ສະຖິຕິ​ແຫ່ງ​ຊາດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ອານຸພາບ ວົງໜໍ່ແກ້ວ ໄດ້ໃຫ້ຮູ້ວ່າ: ກອງປະຊຸມດັ່ງກ່າວ, ຜູ້​ເຂົ້າ​ຮ່ວມ​​ຈະໄດ້​ມີ​ການ​ສົນທະນາ​ປືກສາ​ຫາລື, ປະກອບ​ຄຳຄິດເຫັນ ຢ່າງ​ກົງ​ໄປ​ກົງ​ມາ ກ່ຽວ​ກັບ​ການ​ປັບ​ປຸງ​ກົນ​ໄກ​ການ​ປະສານ​ງານ ​ແລະ ການ​ຈັດ​ຕັ້ງ​ປະຕິບັດ​ເປົ້າ​ໝາຍ ​ການ​ພັດທະນາ​ແບບ​ຍືນ​ຍົງ​ ໃນ​​ແຕ່ລະ​ຂະ​ແໜງ​ການ ພ້ອມ​​ໃຫ້​ມີ​ຄວາມ​ສອດ​ຄ່ອງ​ ກັບ​ແຜນ​ພັດທະນາ​​ເສດຖະກິດ-​ສັງຄົມ ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ 8, ຍຸດ​ທະ​ສາດ​ການ​ພັດທະນາ ປີ 2025 ​ແລະ ວິ​ໄສ​ທັດ​ປີ 2030.

ກອງປະຊຸມດັ່ງກ່າວ, ແມ່ນ​ເພື່ອ​ຕິດຕາມ​ ການຈັດ​ຕັ້ງ​ປະຕິບັດ ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ ທີ່​ຜ່ານ​ມາ ​ແລະ ປືກສາ​ຫາລື​ ກ່ຽວ​ກັບ​ກົນ​ໄກ​ການ​ປະສານ​ງານ​ ການຈັດ​ຕັ້ງ​ປະ​ຕິ​ບັດ​ເປົ້າ​ໝາຍການພັດທະນາ ແບບຍືນຍົງ ໃນ​ຕໍ່ໜ້າ​ ໃຫ້​ແທດ​ເໝາະ​ກັບ​ເງື່ອນ​ໄຂ ​ແລະ ສະພາບ​ການ​ຕົວ​ຈິງ​ໃນ ສປປ ລາວ, ລວມທັງ​ພິຈາລະນາ​ບັນດາ​ຕົວ​ຊີ້​ວັດ​ແຫ່ງ​ຊາດ​ ຂອງ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ​ເນື້ອ​ໃນ​ຮ່າງ​ຂໍ້​ຕົກລົງ ວ່າ​ດ້ວຍການ​ແຕ່ງ​ຕັ້ງ​ຄະນະ​ຊີ້​ນຳ​ລະດັບ​ຊາດ ​ເພື່ອ​ການຈັດ​ຕັ້ງ​ປະຕິບັດ​ເປົ້າ​ໝາຍ​ການ​ພັດທະນາ ​ແບບ​ຍືນ​ຍົງ, ຄະນະ​ວິຊາ​ການ​ທີ່​ເປັນ​ຈຸດປະສານ​ງານ ​ແລະ ກອງ​ເລຂາ​ຄະນະ​ຊີ້​ນຳ​ລະດັບ​ຊາດ ​ເພື່ອ​ເປັນ​ນິ​ຕິ​ກຳ​ໃຫ້​ແກ່ການ​ ປະຕິບັດ​ໜ້າ​ທີ່ ​ແນ​ໃສ່​ຮັບປະກັນ​ການ ​ເປັນ​ເສນາ​ທິການ​ໃຫ້​ແກ່ ລັດຖະບານ ພ້ອມ​ທັງ​ປະສານ​ສົມທົບ ກັບ​ບັນດາ​ຄູ່​ຮ່ວມ​ມື​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ໃນ​ການ​ຊຸກຍູ້​ຕິດຕາມ ​ແລະ ລາຍ​ງານ​ກ່ຽວ​ກັບ​ຄວາມ​ຄືບ​ໜ້າ​ ຂອງ​ການຈັດ​ຕັ້ງ​ປະຕິບັດ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ​ໃນ ສປປ ລາວ ​ໃຫ້​ໄດ້​ຮັບ​ຜົນສຳ​ເລັດ​ເປັນ​ຢ່າງ​ດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ