ປີໜ້າຣັດ​ເຊຍ​ຈະ​ສ້າງ​​ເຄື​ອຂ່າຍ​WIFIໂຮງຮຽນ​ທີ່​ໃຫຍ່​ກວ່າ​ໝູ່​ໃນ​ໂລກ​​
2017-03-15 16:46:51  cri 
​ເວັບ​ໄຊ​ທາງ​ການ​ຂອງ​ລັດຖະບານ​ຣັດ​ເຊຍ​​ໄດ້​ເຜີຍ​ແຜ່​ຖະ​ແຫຼງການ​ໃນ​ວັນ​ທີ 13 ມີນາ​ນີ້​ວ່າ,ຈະ​ເຮັດ​ໃຫ້ໂຮງຮຽນ​ເກືອບ 2000 ​ແຫ່ງ​ຢູ່​ມົດສ​ກູ​​ມີ WIFI ຊົ​ມ​ໃຊ້ໃນ​ປີ 2018​ ເຊິ່ງຈະ​ເປັນ​ເຄືອ​ຂ່າຍທີ່​ໃຫຍ່​ກວ່າ​ໝູ່​ໃນ​ໂລກ​ທີ່​ສ້າງ​ຂຶ້ນ​ເພື່ອ​​ການ​ສຶກສາ​ແລະຄາດ​ວ່າ,ຢູ່​ມົດສກູ​​ມີ​ໂຮງຮຽນ 646 ​ແຫ່ງ​ໄດ້​ຊົມ​ໃຊ້​ເຄືອ​ຂ່າຍ​ເມື່ອ​ທ້າຍ​ປີ 2016 ​ແລະ​​ອີກ 1125 ​ແຫ່ງ​ຈະ​ໄດ້​ຊົມ​ໃຊ້​ໃນ​ປີ 2017.
ມົດສກູ​ຖືກ​ເບິ່ງ​ວ່າ​ເປັນ​ເມືອງ​ທີ່​ມີ​ຄວາມ​ສະດວກ​ອັນ​ດັບ​ສອງ​ໃນ​ໂລກ​ໃນ​ການ​ນຳ​ໃຊ້ WIFI ​ເນື່ອງ​ຈາກ​ຕາມ​ຖະໜົນ​ຫົນ​ທາງ,ສວນສາທາລະນະ,ລົດ​ໄຟ​ໃຕ້​ດິນ​ແລະ​ຫໍ​ພັກ​ນັກຮຽນ​ນັກ​ສຶກສາ 8000 ​ແຫ່ງ​ໄດ້​ນຳ​ໃຊ້​ເຄືອ​ຂ່າຍ WIFI ທີ່​ບໍ່​ເກັບ​ຄ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ