ຣັດ​ເຊຍ​ສະ​ແດງ​ຄວາມ​ເສຍ​ໃຈຫຼັງກຸ່ມ​ປະກອບ​ອາວຸດ​ຝ່າຍ​ຄ້ານ​ຊີ​ລີ​ປະຕິ​ເສດ​ບໍ່​ເຂົ້າ​ຮ່ວມ​ການ​ເຈລະຈາ​ອັດສຕານາ
2017-03-15 16:58:52  cri 
ຕາມ​ຂ່າວສານ​ຊິນ​ຮວາ:ການ​ເຈລະຈາ​ຂັ້ນ​ສູງ​ບັນຫາ​ຊີ​ລີ​ຮອບ​ທີ 3 ​ໄດ້​ຈັດ​ຂຶ້ນ​ຢູ່​ອັດສຕານາ​​ເມື່ອ​ວັນ​ທີ 14 ມີນາ​ນີ້​ເຊິ່ງເນື້ອ​ໃນ​ຕົ້ນ​ໄດ້​ເນັ້ນ​ສະພາບ​ການ​ປະຕິບັດ​ສັນຍາ​ຢຸດ​ຍິງ​ແລະ​ການ​ແລກປ່ຽນ​ຊະ​ເລີຍ​ເສິກ​ເຫຼົ່ານີ້​ເປັນ​ຕົ້ນ​,ແຕ່​ກຸ່ມ​ປະກອບ​ອາວຸດ​ຝ່າຍ​ຄ້ານ​ຊີ​ລີ​ປະຕິ​ເສດ​ບໍ່​ເຂົ້າ​ຮ່ວມ​ເຈລະຈາ​ໂດຍ​ອ້າງ​ວ່າ​ສັນຍາຢຸດ​ຍິງ​ບໍ່​ໄດ້​ຮັບ​ການ​ເຄົາລົບ​ແລະ​ກອງ​ທັບອາກາດ​ຣັດ​ເຊຍ​ກໍ​ໄດ້ຖະຫຼົ່ມທີ່​ໝັ້ນ​ຂອງ​ຕົນ.
ທ່ານ​ອາ​ເລັກ​ຊັນ​ເດີ​ ລັບ​ເຣນຕິ​ເອັບ ຫົວໜ້າ​ຄະນະຣັດ​ເຊຍ​ທີ່​ພວມ​ເຂົ້າ​ຮ່ວມ​ການ​ເຈລະຈາ​ບັນຫາ​ຊີ​ລີ​ຢູ່​ອັດສຕານາ​ປະ​ເທດ​ກາ​ຊັກ​ສະຖານ​ໄດ້​ກ່າວ​ຕໍ່​ສື່​ເມື່ອ​ວັນ​ທີ 14 ມີນາ​ນີ້​ວ່າ,ຕົນສະ​ແດງ​ຄວາມ​ເສຍ​ໃຈ​ທີ່​ກຸ່ມ​ປະກອບ​ອາວຸດ​ຝ່າຍ​ຄ້ານ​ຊີ​ລີ​ປະຕິ​ເສ​ດບໍ່​ເຂົ້າ​ຮ່ວມ​​ເຈລະຈາ​ບັນຫາ​ຊີລີ​ຮອບ​ທີ 3 ​ແລະ​ເຫັນ​ວ່າ​ຝ່າຍ​ຄ້ານ​ຊີ​ລີ​ສ້າງ​ຂໍ້​ອ້າງ​ເພື່ອ​ປະຕິ​ເສດ​ບໍ່​ເຂົ້າ​ຮ່ວມ​ການ​ເຈລະຈາ.​ແນວ​ໃດ​ກໍ​ດີ,ຣັດ​ເຊຍ​ເຫັນ​ວ່າ,ປັດຈຸ​ບັນ ສະຖານະ​ການ​ອັນ​ເຄັ່ງ​ຕຶງ​ຢູ່​ຊີ​ລີໄດ້​ຜ່ອນຄາຍ​ລົງ​ແລ້ວ​ເຖິງວ່າ​ບາງ​ຄັ້ງ​ຍັງ​ມີ​ການ​ກະທຳ​ທີ່​ທ້າ​ທາຍ​ເກາະ​ຜິດ​ກໍ​ຕາມ,​ແຕ່​ທັງ​ນີ້​ບໍ່ໝາຍ​ຄວາມ​ວ່າ​ຄວນ​ຍົ​ກ​ເລີກ​ການ​ເຈ​ລະ​ຈາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ