ມຽນມາ​ຈະ​ຢຸດ​​ສົ່ງ​ອອກ​ໄມ້ທ່ອນ​ແລະ​ຜະລິດ​ຕະພັນ​ໄມ້​ໃນ​ເດືອນ​ພຶດສະພາປີ​ນີ້
2017-03-15 17:03:38  cri 
ສະມາຄົມ​ຜູ້​ຜະລິດ​ປ່າ​ໄມ້​ມຽນມາລາ​ຍງານ​ວ່າ,ມຽນມາ​ຈະ​ຢຸດ​​ສົ່ງ​ອອກ​ໄມ້​ທ່ອນ​ແລະ​ຜະລິດ​ຕະພັນ​ໄມ້ນັບ​​ແຕ່​ວັນ​ທີ 1 ພຶດສະພາ​ປີ​ນີ້ເປັນ​ຕົ້ນ​ໄປ.
ທ່ານ​ໂຊ​ວິນ ​ເລຂາທິການ​ສະມາຄົມ​ດັ່ງກ່າວ​ກ່າວ​ວ່າ,​ເນື່ອງ​ຈາກ​ຂາດ​​ເຂີນ​ວັດຖຸ​ດິບ​,​ແຕ່​ໄມ້​ທ່ອນ​ທີ່​ຄວນນຳ​​ໃຊ້​ພາຍ​ໃນ​ປະ​ເທດ​ນັ້ນ​ພັດ​ສົ່ງ​ອອກ​ຕ່າງປະ​ເທດ​ເຊິ່ງຈະ​​ເຮັດໃຫ້​​ຂາດ​​ເຂີນໄມ້ທ່ອນ​ໂດຍປັດຈຸບັນ​ຕ້ອງ​ພິຈາລະນາ​ຄວາມ​ຕ້ອງການ​ພາຍ​ໃນ​ປະ​ເທດ​ເປັນ​ບູລິ​ມະ​ສິດ.
ການ​ທີ່​ວັດຖຸ​ດິບ​ຫຼຸດລົງ​ແລະ​ຄ່າ​ໃຊ້​ຈ່າຍ​ເພີ່ມ​ຂຶ້ນ,​ການ​ສົ່ງ​ອອກໄມ້​ທ່ອນ​ແລະ​ຜະລິດ​ຕະພັນ​ໄມ້​ຂອງ​ມຽນມາ​ໄດ້​ຫຼຸດລົງ​ທຸກ​ປີ​ເນື່ອງ​ຈາກ​ຖືກ​​ຈຳກັດ​ຈາກກະຊວງ​ຊັບພະຍາກອນ​ແລະ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ໂດຍນັບ​ແຕ່​ປີ 2015 ​ເປັນ​ຕົ້ນ​ມາ,ມຽນມາ​ໄດ້​ເລີ່​ມຫຼຸດການ​ສົ່ງ​ອອກ​ໄມ້​ທ່ອນ​ແລະ​ຜະລິດ​ຕະພັນ​ໄມ້​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ພາຍ​ໃນ​ປະ​ເທດ​ແລະ​ເລີ່​ມ​ແຕ່​ວັນ​ທີ 1 ພຶດສະພາ​ປີ 2017 ​ເປັນ​ຕົ້ນ​ໄປ​ຈະ​ຢຸດ​ການ​ສົ່ງ​ອອກ​ໄມ້​ທ່ອນ​ແລະ​ຜະລິດ​ຕະພັນ​ໄມ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ