ກຳປູ​ເຈຍ​ເລີ່​ມລົງມື​ກໍ່ສ້າງ​ເສັ້ນທາງ​ແຫ່ງ​ຊາດ​ເລກ 51
2017-03-15 11:17:34  cri 
ຕາມ​ຂ່າວສານ​ຈີນ: ​ເສັ້ນທາງ​ແຫ່ງ​ຊາດ​ເລກ 51 ຂອງ​ກຳປູ​ເຈຍ​ທີ່​ໄດ້​ຮັບ​ເງິນ​ກູ້​ດອກ​ເບ້ຍ​ຕ່ຳ​ຈາກ​ລັດຖະບານ​ຈີນ​ໄດ້​ຈັດ​ພິທີ​ລົງມື​ກໍ່ສ້າງຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 14 ມີນາ​ນີ້.

ທ່ານ​ສົງ​ໂປ່ ​ເອກ​ອັກຄະລາຊະທູດ​ຈີນ​ປະຈຳ​ລາຊະ​ອານາຈັກ​ກຳປູ​ເຈຍ​ກ່າວ​ໃນ​ໂອກາດເຂົ້າ​ຮ່ວມ​ພິທີ​ດັ່ງ​ກ່າວ​ວ່າ, ການ​ທີ່ລາຊະ​ອານາຈັກ​ກຳປູ​ເຈຍ​ປະສົບ​ຜົນສຳ​ເລັດ​​ໃນ​ການ​ພັດທະນາ​ ​ ​ຍ້ອນ​ມີ​ສະພາບ​ແວດ​ລ້ອມ​ການພັດທະນາ​ທີ່​ມີສັນຕິພາບ​ແລະ​ສະຖຽນ​ລະ​ພາບ ​ໂດຍ​ເຫັນ​ໄດ້​ຈາກ GDP ສະ​ເລ່ຍຕາມ​ຫົວ​ຄົນ​ເພີ່ມ​ຂຶ້ນ 4,4​ ​ເທົ່າ​ໃນ​ຮອບ 20 ປີຜ່ານມາ ​​ເຊິ່ງ​ກາຍ​ເປັນ​ປະ​ເທດ​ໜຶ່ງ​​ທີ່​ມີ​ທ່າ​ແຮງ​ທາງ​ເສດຖະກິດ​ແລະ​ມີ​ຄວາມ​ບົ່ມ​ຊ້ອນ​​ໃນການ​ພັດທະນາ​ທີ່​ສຸ​ດຂອງ​ອາຊີ. ສະພາບ​ການ​ພັດທະນາ​ທີ່​ມີສັນຕິພາບລະ​ສະຖຽນ​ລະ​ພາບ​ໃນ​ປັດຈຸບັນ​ແມ່ນ​ສິ່ງສຳຄັນ​ທີ່​ສຸດ​ສຳລັບ​ກຳປູ​ເຈຍ ​ແລະ​ວິ​ສາ​ຫະກິດ​ຈີນ​ລ້ວນ​ແຕ່​ມີ​ຄວາມ​ເຫັນ​ໄປ​ໃນ​ແງ່ດີ​ຕໍ່​ການ​ພັດທະນາ​​ກຳປູ​ເຈຍ​ໃນ​ອະນາຄົດ.

​ເສັ້ນທາງ​ແຫ່ງ​ຊາດ​ເລກທີ 51 ຍາວ 37,96 ກິ​ໂລ​ແມັດ, ​ເຊື່ອມ​ຕໍ່​ເສັ້ນທາງ​ເລກ 4 ​ແລະ ​ເລກ 5 ​ໂດຍ​ໃນ​ການ​ກໍ່ສ້າງ​ນັ້ນ​ໄດ້​ຮັບ​ເງິນ​ກູ້​ດອກ​ເບ້ຍ​ຕ່ຳ​ຈາກ​ລັດຖະບານ​ຈີນ​ປະມານ 230 ລ້ານ​ໂດ​ລາ ​ແລະຄາດ​ວ່າ​ຈະ​ໃຊ້​ເວລາ​ກໍ່​ສ້າງ​ 36 ​ເດືອນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ