ຈີນ-ຟີ​ລິບ​ປິນ​ເຊັນ​ສັນຍາ​ການ​ຄ້າ​ທີ່​ມີ​ມູນ​ຄ່າ 1 ຕື້ 700 ລ້ານ​ໂດ​ລາ​ສະຫະລັດ
2017-03-16 10:41:08  cri 
ພິທີ​ເຊັນ​ສັນຍາ​ການ​ຄ້າ​ລະຫວ່າງ​ວິ​ສາ​ຫະກິດ​ຈີນ-ຟີ​ລິບ​ປິນ​ໂດຍການ​ເປັນ​ເຈົ້າພາບ​ຮ່ວມ​ຂອງກະຊວງ​ການ​ຄ້າ​ຈີນ​ແລະ​ກະຊວງ​ການ​ຄ້າ​ແລະ​ອຸດສາຫະກຳ​ຟີ​ລິບ​ປິນ​ເປັນ​ເຈົ້າພາບ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງມະ​ນິລາ​ປະ​ເທດ​ຟີ​ລິບ​ປິ​ນ​ໃນ​ວັນ​ທີ 15 ມີນາ​ນີ້​ໂດຍ ວິ​ສາ​ຫະກິດ​ຈີນ 21 ​ແຫ່ງ​​ພ້ອມ​ຄູ່​ຮ່ວມ​ມື​ວິ​ສາ​ຫະກິດ​ຟີ​ລິບ​ປິນ​ໄ​ດ້​ເຊັນ​ສັນຍາ​ການ​ຄ້າ​ທັງ​ໝົດ 73 ສະບັບ​ໃນ​ມູນ​ຄ່າ​ກວ່າ 1 ຕື້ 700 ລ້ານ​ໂດ​ລາ​ສະຫະລັດ ​ເຊິ່ງກ່ຽວ​ພັນ​ເຖິງ​ຫຼາຍ​ຂົງ​ເຂດ​ເປັນ​ຕົ້ນ ກະສິກຳ,​ເສື້ອ​ຜ້າ​ອາພອນ,ອຸດສາຫະກຳ​ເຄມີ,ຢາ​ປິ່ນປົວ,ບໍ່​ແຮ່,ການ​ຄ້າ,ການ​ຂົນ​ສົ່ງ​ແລະ​ອື່ນໆ ຂະນະ​ທີ່​ວິ​ສາ​ຫະກິດ​ຈີນຈະ​ເພີ່ມ​ການ​ນຳ​ເຂົ້າ​ຜະລິດ​ຕະພັນ​ທີ່​ມີ​ທ່າ​ແຮງ​ຂອງ​ຟີ​ລິບ​ປິນ​ເປັນ​ຕົ້ນ​ກ້ວຍ​ຫອມ,ໝາກ​ນັດ,ນ້ຳມັນ​ໝາກພ້າວ,​ໃຍ​ໝາກພ້າວ,​ ​ໄມ້,​ແຮ່​ນິ​ເກນ​ແລະ​ອື່ນໆ.

ທ່ານ​ຫວາງ​ຊິນ​ກ່າງ ຜູ້ອຳນວຍການ​ຂັ້ນ​ສູງ​ພະ​ແນ​ກການ​ຄ້າ​ເສື້ອ​ຜ້າ​ອາພອນ​ຂອງ​ກຸ່ມ​ບໍລິສັດ​​ເຫີ​ງທຽນ​ຈີນ​ທີ່​ເຂົ້າ​ຮ່ວມ​ກິດຈະກຳ​ດັ່ງກ່າວ​ຢືນຢັນ​ວ່າ ການ​ມາ​ຟີ​ລິບ​ປິນ​ເທື່ອ​ນີ້ບໍ່​ພຽງ​ແຕ່​ຈະ​ລົງ​ເລິກ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ເທົ່າ​ນັ້ນ​ຍັງ​ຈະ​ຊຸກຍູ້​ການ​ຄ້າ​ສອງ​ຝ່າຍ​ໃຫ້​ກ້ຳ​ເກິ່ງ​ກັນ​ອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ