ຈີນຮຽກຮ້ອງໃຫ້ເພີ່ມທະວີການຕໍ່ຕ້ານການຄ້າມະນຸດຢູ່ເຂດປະທະກັນ
2017-03-16 11:01:54  cri 
​ວັນ​ທີ 15 ມີນາ​ນີ້,   ທ່ານຫຼິວເຈຢີ່ ຜູ້ຕາງໜ້າ​ຖາວອນ​ຂອງ​ຈີນ​ປະຈຳ​ອົງການ​ສະຫະ​ປະຊາ​ຊາດ​​ໄດ້​ກ່າວຮຽກຮ້ອງ​​ໃຫ້​ເພີ່ມ​ທະວີ​ການ​ຕໍ່ຕ້ານ​ການ​ຄ້າ​ມະນຸດ​ແລະ​ບັນຫາ​ກຸ​ລີ​ຢູ່ເຂດ​ເກີດ​ການ​ປະ​ທະ​ກັນ​ພ້ອມ​ທັງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ​ເພື່ອ​ແກ້​ໄຂ​ບັນຫາ​​ເຫຼົ່າ​ນີ້.

ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ຈັດ​ກອງ​ປະຊຸມ​​ເປີດກວ້າງ​ກ່ຽວ​ກັບ​ການ​ຄ້າມະນຸດ​ແລະ​ບັນຫາ​ກຸລີ​ຢູ່​ເຂດ​​ເກີດ​ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ອາວຸດ​ໃນ​ວັນ​ທີ 15 ມີນາ​ນີ້​ແລະ​ໃນໂອກາດ​ປະກອບ​ຄຳ​ຄິດ​ເຫັນ, ທ່ານ​ຫຼິວ​ເຈ​ຢີ່ ຜູ້ຕາງໜ້າ​ຖາວອນ​ຂອງ​ຈີນ​ປະຈຳ​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ກ່າວ​ວ່າ, ຈີນ​ເດັດດ່ຽວ​ຄັດຄ້ານ​ການ​ຄ້າ​ມະນຸດ​ທຸກ​ຮູບ​ແບບ​ໃນ​ຂະນະ​ທີ່​ເກີດການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ອາວຸດ ​ແລະ​ສະໜັບສະໜູນ​ປະຊາ​ຄົມ​ໂລກ​ພະຍາຍາມ​ຮ່ວມ​ກັນ​ເພື່ອ​ແກ້​ໄຂ​ບັນຫາ​ດັ່ງກ່າວ.

ນອກ​ນີ້, ທ່ານ​ຫຼິວ​ເຈ​ຢີ່ຍັງ​ຮຽກຮ້ອງ​ໃຫ້​ເອົາ​ໃຈ​ໃສ່​ຕໍ່ຕ້ານ​ລັດທິ​ກໍ່​ການ​ຮ້າຍ​ພ້ອມ​ທັງ​ເພີ່ມ​ຄວາມ​ພະຍາຍາມ​ແກ້​ໄຂ​ການ​ປະ​ທະ​ກັນ​ດ້ວຍ​ວິທີ​ທາງ​ການ​ເມືອງ ​ແລະ​ຈີນ​ຈະ​ສືບ​ຕໍ່​ສະໜັບສະໜູນ​ປະຊາ​ຄົມ​ໂລກ​ໃຊ້ນະ​ໂຍບາຍຢ່າງ​ເດັດຂາດ​ຕໍ່​ການ​ຄ້າ​ມະນຸດ​ແລະ​ບັນຫາ​ກຸລີ​ຢູ່​ເຂດ​ປະ​ທະ​ກັນ​ດ້ວຍ​ກຳລັງ​ອາວຸດ ທັງ​ເພີ່ມ​ທະວີ​ການ​ປົກ​ປ້ອງ​ສິດ​ຂອງ​ແມ່ຍິງ​ແລະ​ເດັກນ້ອຍ​ຢູ່​ເຂດ​ປະ​ທະ​ກັນ ​ເພື່ອ​ຮ່ວມ​ກັນ​ປົກ​ປັກ​ຮັກສາ​ສັນຕິພາບ,ຄວາມ​ໝັ້ນຄົງ,ສະ​ຖຽນລະ​ພາບ​ແລະ​ການ​ພັດທະນາ​ຂອງ​ໂລກແລະ​ພາກ​ພື້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ