ທະ​ເລ​ຊາຍປ່າ​ຕ່າ​ນຈີ​ລິນ​ທີ່​ເຕັມ​ໄປ​ດ້ວຍພະລັງ​ຊີວິດ
2017-03-16 16:22:49  cri 

ທະ​ເລ​ຊາຍປ່າຕ່າ​ນ​ຈີ​ລິນ​ທີ່​ມີ​ຊື່​ສຽງ​ຍ້ອນ​ຄວາມ​ເລິກ​ລັບ​ແລະ​ກວ້າງ​ໃຫຍ່​ໄພສານ​ຕັ້ງ​ຢູ່​ເມືອງ​ອາ​ລາ​ຊ້ານ ​ເຂດ​ປົກຄອງ​ຕົນ​ເອງ​ມົງ​ໂກ​ລີ​ໃນ ສປ ຈີນ ​ກວມ​ເອົາ​ເນື້ອ​ທີ່ 44.000 ກິ​ໂລ​ຕາ​ແມັດ ​ແລະ​ເປັນ​ທະ​ເລ​ຊາຍ​ໃຫຍ່​ອັນ​ດັບ 3 ຂອງ​ຈີນ.

​ທະ​ເລ​ຊາຍປ່າ​ຕ່າ​ນຈີ​ລິນມີ​ຫຼາຍ​ສິ່ງ​ທີ່​ມະຫັດສະຈັນ​ເໝືອນ​ດັ່ງ​ໄດ້​ບັນດານ​ໃຫ້​ເກີດ​ມີ​ສິ່ງ​ທີ່​ມີ​ຊີວິດ ​ເຊິ່ງ​ແຕກ​ຕ່າງ​ຈາກ​ທະ​ເລ​ຊາຍ​ແຫ່ງ​ອື່ນໆ​ບໍ່​ວ່າ​ຈະ​ເປັນ​ດິນຊາຍ​ເຫຼືອງ​ທີ່​ເປັນ​ຜືນ​ແຜ່ນ​ອັນກວ້າງຂວາງ​ ​ແລະ​ໜອງ​ບຶງ​ນ້ອຍ​ໃຫຍ່​ກະຈາຍຕາມ​ທະ​ເລ​ຊາຍລວມທັງ​ການມີສີຂຽວ​ປົກ​ຄຸມອີກ​ຕ່າງຫາກ, ສ່ວນຢູ່​ດ້ານໜຶ່ງ​ຂອງ​ໂນນ​ຊາຍ​ກໍ​ບໍ່​ມີ​ລົມ​ພັດ​ຜ່ານ,ຂະນະ​ທີ່ຢູ່​ແຄມ​ໜອງ,​ແຄມ​ບໍ່​ນ້ຳພັດມີ​ສັດ​ແລະ​ພືດ​ນານາ​ຊະນິດ​ຄົງ​ຕົວ​ຢູ່.

1 2 3 4 5 6 7
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ