ເຂດ​ກວາງຊີ​ຈີນ​ຮ່ວມ​ມື​ສ້າງ​ບຸກຄະລາ​ກອນ​ເຕັກນິກ​ແບບ​ໃໝ່ກັບ​ອາ​ຊຽນ
2017-03-16 15:42:32  cri 

ຄຽງ​ຄູ່​ກັບ​ການ​ກໍ່ສ້າງ​ໃນ​ຂອບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ​" ​ໄດ້​ເຂົ້າສູ່​ລວງ​ເລິກ, ວິທະຍາ​ໄລ​ວິຊາ​ຊີບຫຼາຍ​ແຫ່ງ​ຂອງ​ເຂດ​ກວາງຊີ ສປ ຈີນ ທີ່​ຕິດ​ກັບ​ອາ​ຊຽນພວມ​ເພີ່ມ​ທະວີ​ໃນ​ການ​ຍົກ​ລະດັບ​ໃຫ້​ນັກ​ສຶກສາ​​ອາ​ຊຽນທີ່​ມາ​ສຶກສາ​ຕໍ່​ຢູ່​​ເຂດ​ກວາງຊີ ​ເພື່ອ​ຕອບ​ສະໜອງ​ຕາມ​ຄວາມ​ຕ້ອງການ​ຂອງ​ວິ​ສາ​ຫະກິດ​ຈີນ​ທີ່​ເຂົ້າ​ໄປ​ລົງທຶນ​ແລະ​ພັດທະນາ​ທຸລະ​ກິດ​ຂອງ​ຕົນ​ຢູ່​ອາ​ຊຽນ.

ທ່ານ​ເຜິ​ງຕິ້ງ​ເຫວີ​ນ ຮອງ​ຫົ​ວໜ້າ​ຄະນະ​ວິ​ສະວະ​ກຳ​ຈັກ​ໄຟຟ້າ​ແລະລົດຍົນ ວິທະຍາ​ໄລ​ວິຊາ​ຊີບ​ຕົວ​ເມືອງຫຼິວ​ໂຈ່​ວກວາງຊີ ກ່າວ​ວ່າ: ​ໂດຍ​ປະສານ​ສົມທົບ​ກັບ​ວິ​ສາ​ຫະກິດ​ຈີນ​ທີ່​ສ້າງຕັ້ງ​ໂຮງງານ​ຢູ່​ປະ​ເທດ​ໃນ​ອາ​ຊຽນນັ້ນ, ວິທະຍາ​ໄລ​ຂອງ​ຕົນ​ໄດ້​ສຸມ​ໃສ່​​ຍົກ​ລະດັບ​ເຕັກນິກ​ໃຫ້​ແກ່ນັກ​ສຶກສາ​​ອາ​ຊຽນ ​ແລະ​ຊ່ວຍ​ນັກ​ສຶກສາ​ເຫຼົ່ານີ້​ປະກອບ​ອາຊີບ​ໃນ​ປະ​ເທດ​ຕົນ, ຂະນະ​ດຽວ​ກັນ​ກໍ​ຈະ​ສາມາດ​ຊ່ວຍ​ວິ​ສາ​ຫະກິດ​ຈີນ​ທີ່​ເຂົ້າ​ໄປພັດທະນາ​ຢູ່​ບັນດາ​ປະ​ເທດ​ໃນ​ອາ​ຊຽນ​ເຊັ່ນ​ດຽວກັນ.

ປັດຈຸບັນ​, ຢູ່​ເຂດ​ກວາງຊີ​ໄດ້​ສ້າງຕັ້ງສູນ​ອົບຮົມ​ສ້າງ​ບຸກຄະລາ​ກອນ​ອາ​ຊຽນ 5 ​ແຫ່ງ. ຂະນະ​ທີ່​ວິທະຍາ​ໄລ​ເຕັກນິກ​ວິຊາ​ຊີບ​ກະສິກຳ​ກວາງຊີ ກໍ​ໄດ້​ຕັ້ງໜ້າປະສານ​ສົມທົບກັບວິ​ສາ​ຫະກິດ​ກະສິກຳ​ກວາງຊີ​ໃນ​ການ​ໄປ​ລົງທຶນ​ແລະ​ພັດທະນາ​ທຸລະ​ກິດ​ຢູ່​ປະ​ເທດ​ໃນ​ອາ​ຊຽນ ​ໂດຍ​ໄດ້​ສ້າງຕັ້ງຫ້ອງການ​ທົດ​ລອງ​ແນວ​ພັນຄຸນ​ນະພາ​ບ​ດີຂອງ​ພືດ​, ດຳ​ເນີນ​ການ​ຮ່ວມ​ມື​ລະຫວ່າງ​ວິ​ສາ​ຫະກິດ​ທີ່​ສັງກັດ​ວິທະຍາ​ໄລ​ວິຊາ​ຊີບ ​ແລະ ຮ່ວມ​ສ້າງ​ສູນປະຕິບັດ​ຕົວ​ຈິງ​​ການ​ຜະລິດ ​ໄດ້​​ເລືອກບົ່ມ​ເພາະ​ແລະ​ແຜ່​ຂະຫຍາຍ​ການ​ໃຊ້ແນວ​ພັນ​ພືດ 128 ປະ​ເພດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ