ອາ​ເມ​ລິ​ກາ​ປັບ​ຂຶ້ນອັດຕາ​ດອກ​ເບ້ຍ​ຄັ້ງທີ 3 ນັບ​ແຕ່​ເກີດ​ວິກິດ​ການ​ການ​ເງິນ​ເປັນຕົ້ນມາ
2017-03-16 15:45:56  cri 

ຄະນະ​ກຳມະການ​ຄັງ​ສຳຮອງ​ສະຫະລັດ​ອາ​ເມ​ລິ​ກາ ຫຼື FED ​ໄດ້​ປະກາດປັບ​ອັດຕາ​ດອກ​ເບ້ຍ​ຂຶ້ນ 25 ຈຸດ ຄື ​ເພີ່ມຈາກ 0,5% ​ເປັນ 0,75%-1% ​ໃນ​ວັນ​ທີ 15 ມີນາ​ນີ້​ ​ເຊິ່ງ​ເປັນ​ການ​ປັບ​ຂຶ້ນດອກ​ເບ້ຍ​ຄັ້ງທີ 3 ​ນັບແຕ່​ເກິ​ດວິ​ກິດ​ການ​ທາງ​ການ​ເງິນ​ເມື່ອ​ປີ 2008 ​ເປັນຕົ້ນມາ ​ແລະ​ ​ກໍ​ສອດຄ່ອງ​ກັບ​ຄວາມ​ຄາ​ດຄະ​ເນ​ທົ່ວ​ໄປ.

FED ​​ໄດ້​ອອກ​ຖະ​ແຫຼງການຫຼັງສຳ​ເລັດກອງ​ປະຊຸມ​ນະ​ໂຍບາຍ​ເງິນຕາສະ​ໄໝ​ສາມັນ​ໃນ​ວັນ​ດັ່ງກ່າວ​ວ່າ: ​ໃນຫຼາຍ​ໄຕ​ມາດ​ຜ່ານ​ມາ, ລະດັບ​ເງິນ​ເຟີ້​ຂອງ​ປະ​ເທດ​ຕົນ​ໄດ້​ເພີ່ມ​ຂຶ້ນ​ເປັນ​ກ້າວໆ ​ແລະ​ເຂົ້າ​ໃກ້​​ເຖິງ​ 2% ທີ່​ເປັນເປົ້າໝາຍ​ໄລຍະ​ຍາວຂອງ FED ​ແລ້ວ, ​ແຕ່​ເມື່ອ​ຫັກລາຄາ​ພະລັງງານ​ແລະ​ອາຫານ​ທີ່​ເໜັງ​ຕີງ​ຂຶ້ນລົງ​ອ່າວ​ໃຫຍ່​ແລ້ວ, ອັດຕາ​ເງິນ​ເຟີ້​ກໍ​ຍັງ​ຢູ່​ໃນ​ລະດັບ​ຕ່ຳ​ກວ່າ​ເປົ້າໝາຍ.

FED ​ຍັງ​ຄາດ​ຄະ​ເນ​ວ່າ, ​ເມື່ອ​ຮອດ​ທ້າຍ​ປີ​ນີ້, ອັດຕາ​ດອກ​ເບ້ຍ​ລະດັບ​ກາງ​ຈະ​ເພີ່ມ​ຂຶ້ນ​ເປັນ 1,4% ໝາຍ​ຄວາມ​ວ່າ ຫຼັງປັບ​ຂຶ້ນດອກ​ເບ້ຍ​ເທື່ອ​ນີ້​ແລ້ວ ​ອາດ​ຈະ​ປັບ​ຂຶ້ນອີກ 2 ​ເທື່ອ​ໃນ​ປີ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ