ອົງການ​​ຊັບສິນ​ທາງ​ປັນຍາ​ໂລກ​ຢືນຢັນ​ຜົນງານ​ຂອງ​ຈີນ​
2017-03-16 16:14:33  cri 

ອົງການ​​ຊັບ​ສິນ​ທາງ​ປັນຍາ​ໂລກ​ທີ່​ມີ​ສຳນັກງານ​ໃຫຍ່​ຕັ້ງຢູ່​ເຊີ​ແນວ ​ໄດ້​ຢືນຢັນ​ຜົນງານ​ທີ່​ຈີນ​ໄດ້​ຮັບດ້ານ​​ຊັບ​ສິນ​ທາງ​ປັນຍາຢ່າງ​ເຕັມ​ສ່ວນ​ໃນ​ວັນ​ທີ 15 ມີນາ​ນີ້.

ທັງ​ນີ້, ທ່ານ​ຟຣັງຊິ​ສ ກູຣູ ຜູ້ອຳນວຍການ​ໃຫຍ່​ອົງການ​​ຊັບ​ສິນ​ທາງ​ປັນຍາ​ໂລກ ​ໄດ້​ກ່າວ​ໃນ​ພິທີ​ຖະ​ແຫຼງຂ່າວ​ຢູ່​ວັງ​ນານາ​ຊາດ​ນະຄອນ​ເຊີ​ແນວ​ໃນ​ວັນ​ດັ່ງກ່າວ​ວ່າ: "ຈີນ​ໄດ້​ຮັບ​ຜົນ​ດີທີ່ບໍ່​ທຳ​ມະ​ດາ ​ໂດຍການ​ຮ້ອງ​ຂໍ​ສິດທິ​ບັດ​ສາກົນ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ 44% ພາຍ​ໃນ​ເວລາ​ໜຶ່ງ​ປີ."

ຂະນະ​ດຽວ​ກັນ, ທ່ານ​ກູຣີ ຍັງ​ໄດ້ຢືນຢັນ​ຢ່າງ​ເຕັມ​ສ່ວນຕໍ່ການ​ຈົດ​ທະບຽນ​ຍີ່​ຫໍ້​ສາກົນຂອງ​ຈີນ ​ໂດຍ​​ໃນ​ປີ 2016 ​ໄດ້​ເປັນອັນ​ດັບ​ 4 ຂອງ​ໂລກ.

ທ່ານ​ກູຣີ ກ່າວຕື່ມ​ວ່າ: ຜົນງານ​​ດ້ານ​ຊັບ​ສິນ​ທາງ​ປັນຍາ​ຂອງ​ຈີນ​ໄດ້ເປັນ​ທີ່​ປະຈັກຕາ​ຕໍ່​ຄົນ​ທັງຫຼາຍ ​ໂດຍ​ໄດ້​ຄືບ​ໜ້າ​ຢ່າງ​ໃຫຍ່​ຫຼວງໃນ​ຂະ​ບວນວິວັດທະນາການ​ຈາກ "ຈີນຜະລິດ​" ພັດທະນາ​ໄປ​ສູ່ "ຈີນ​ປະດິດ​ສ້າງ​ໃໝ່".

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ